ອັດເວທີປາໄສນ້ຳໂລກ

(VOVWORLD) - ເວທີປາໄສນ້ຳໂລກຄັ້ງທີ 10 ຢູ່ບາລີ ແມ່ນເທື່ອທຳອິດໃນປະຫວັດສາດ (ນັບແຕ່ເວລາເລີ່ມໄດ້ຈັດຕັ້ງໃນປີ 1997 ຢູ່ Morroco) ໄດ້ຍົກອອກຖະແຫຼງການຂັ້ນລັດຖະມົນຕີ ເຊິ່ງລວມມີ 16 ຂໍ້.
ອັດເວທີປາໄສນ້ຳໂລກ - ảnh 1

ລັດຖະມົນຕີກະຊວງກິດຈະກຳສາທາລະນະ ແລະ ເຄຫາ ອິນໂດເນເຊຍ ໄດ້ມອບທຸງຂອງສະພານ້ຳໂລກ ໃຫ້ ອະຣັບບິ ຊາອຸດິ, ປະເທດເຈົ້າພາບເວທີປາໄສນ້ຳໂລກ ຄັ້ງທີ 11

(ພາບ:ANTARA/republika.co.id)

ຕອນຄ່ຳວັນທີ 24 ພຶດສະພາ, ເວທີປາໄສນ້ຳໂລກຄັ້ງທີ 10 ໄດ້ອັດລົງຢູ່ ບາລີ, ປະເທດ ອິນໂດເນເຊຍ. ນີ້ແມ່ນເວທີປາໄສກ່ຽວກັບນ້ຳມີຂອບຂະໜາດໃຫຍ່ທີ່ສຸດໃນໂລກ, ໄດ້ຈັດຕັ້ງ 3 ປີເທື່ອໜຶ່ງ. ເວທີປາໄສຄັ້ງນີ້ມີການເຂົ້າຮ່ວມຂອງຜູ້ແທນປະມານ 50.000 ຄົນທີ່ມາຈາກທຸກປະເທດໃນໂລກ. ອີກເທື່ອໜຶ່ງ, ເວທີປາໄສປີນີ້ໄດ້ຢັ້ງຢືນຄວາມສຳຄັນຂອງການເພີ່ມທະວີກຳລັງແຮງສັງລວມ ແລະ ການຮ່ວມມືລະຫວ່າງບັນດາຝ່າຍກ່ຽວຂ້ອງ ເພື່ອແນໃສ່ຮັບມືກັບບັນດາບັນຫາກ່ຽວກັບນ້ຳກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ.

        ເວທີປາໄສນ້ຳໂລກຄັ້ງທີ 10 ຢູ່ບາລີ ແມ່ນເທື່ອທຳອິດໃນປະຫວັດສາດ (ນັບແຕ່ເວລາເລີ່ມໄດ້ຈັດຕັ້ງໃນປີ 1997 ຢູ່ Morroco) ໄດ້ຍົກອອກຖະແຫຼງການຂັ້ນລັດຖະມົນຕີ ເຊິ່ງລວມມີ 16 ຂໍ້. ປະກາດໃຊ້ພ້ອມກັບຖະແຫຼງການຂອງລັດຖະມົນຕີ ແມ່ນບົດສະຫລຸບ 113 ໂຄງການມີມູນຄ່າ 9,4 ຕື້ໂດລາສະຫະລັດ ຄາດວ່າ ຈະໄດ້ປະກົດຜົນເປັນຈິງເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວົງຄະນະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ