ອີ​ຕາ​ລີ​ ສ້າງ​ລັດ​ຖະ​ບານ​ຊຸດ​ໃໝ່

(VOVWORLD) -ກ່ອນໜ້ານັ້ນ,  ທ່ານ Sergio Mattarella ໄດ້ສະເໜີໃຫ້ທ່ານ Mario Draghi ຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ ອີຕາລີ ພາຍຫຼັງການໂຕ້ຖຽງກັນລະຫວ່າງບັນດາພັກການເມືອງຢູ່ປະເທດນີ້ ເຮັດໃຫ້ລັດຖະບານຊຸດກ່ອນຕ້ອງລາອອກຈາກຕຳແໜ່ງ.
ອີ​ຕາ​ລີ​ ສ້າງ​ລັດ​ຖະ​ບານ​ຊຸດ​ໃໝ່ - ảnh 1ທ່ານ Mario Draghi ນາຍົກລັດຖະມົນຕີ ອີຕາລີ ຄົນໃໝ່ (ພາບ: AFP/TTXVN)

ວັນທີ 12 ກຸມພາ, ທ່ານ Mario Draghi ອະດີດປະທານທະນາຄານສູນກາງເອີລົບ (ECB) ໄດ້ຢັ້ງຢືນວ່າ ທ່ານພ້ອມແລ້ວທີ່ຈະສ້າງລັດຖະບານຊຸດຕໍ່ໄປຂອງ ອີຕາລີ. ກ່າວຄຳເຫັນທີ່ການຖະແຫຼງຂ່າວ ພາຍຫຼັງການພົບປະກັບທ່ານ ປະທານາທິບໍດີ ອີຕາລີ Sergio Mattarella, ທ່ານ Mario Draghi ໄດ້ແນະນຳບັນຊີລາຍຊື່ຄະນະລັດຖະບານລວມມີ ລັດຖະມົນຕີ 23 ທ່ານ.

ກ່ອນໜ້ານັ້ນ,  ທ່ານ Sergio Mattarella ໄດ້ສະເໜີໃຫ້ທ່ານ Mario Draghi ຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ ອີຕາລີ ພາຍຫຼັງການໂຕ້ຖຽງກັນລະຫວ່າງບັນດາພັກການເມືອງຢູ່ປະເທດນີ້ ເຮັດໃຫ້ລັດຖະບານຊຸດກ່ອນຕ້ອງລາອອກຈາກຕຳແໜ່ງ. ພ້ອມທັງມອບໜ້າທີ່ໃຫ້ແກ່ທ່ານ Mario Draghi ວ່າ ຕ້ອງແກ້ໄຂວິກິດການດ້ານສາທາລະນະສຸກ ໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ ກໍ່ຄືສະພາບການເສດຖະກິດຊຸດໂຊມ.


ຕອບກັບ

ຂ່າວ/ບົດ​ອື່ນ