ອີ​ຕາ​ລີ ແລະ ໂປ​ໂລຍ ຮຽກ​ຮ້ອງ​ໃຫ້ NATO ສືບ​ຕໍ່​ໜູນ​ຊ່ວຍດ້ານ​ການ​ທະ​ຫານ​ໃຫ້​ແກ່ ຢູ​ແກຼນ

(VOVWORLD) - ທ່ານນາງນາຍົກລັດຖະມົນຕີ ອີຕາລີ Giorga Meloni ເນັ້ນໜັກວ່າ: ອີຕາລີຈະສືບຕໍ່ໜູນຊ່ວຍ ຢູແກຼນ, ພ້ອມທັງຫວັງວ່າ ບັນດາປະເທດສະມາຊິກ ກໍ່ຈະເຫັນດີຕໍ່ທັດສະນະນີ້.
ອີ​ຕາ​ລີ ແລະ ໂປ​ໂລຍ ຮຽກ​ຮ້ອງ​ໃຫ້ NATO ສືບ​ຕໍ່​ໜູນ​ຊ່ວຍດ້ານ​ການ​ທະ​ຫານ​ໃຫ້​ແກ່ ຢູ​ແກຼນ - ảnh 1ທ່ານນາງນາຍົກລັດຖະມົນຕີ ອີຕາລີ Georgia Meloni ແລະ ທ່ານນາຍົກລັດຖະມົນຕີ ໂປໂລຍ Mateusz Morawiecki (ພາບ: foxnews)

ກ່ອນພິທີໄຂກອງປະຊຸມສຸດຍອດອົງການສົນທິສັນຍາອັດລັງຕິກເໜືອ (NATO) ຢູ່ Lithuania ໃນລະຫວ່າງວັນທີ 11 – 12 ກໍລະກົດ ຈະມາເຖິງ, ວັນທີ 5 ກໍລະກົດ, ນາຍົກລັດຖະມົນຕີ ໂປໂລຍ ແລະ ນາຍົກລັດຖະມົນຕີ ອີຕາລີ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ NATO ສືບຕໍ່ການໜູນຊ່ວຍດ້ານຄວາມໝັ້ນຄົງໃຫ້ແກ່ຢູແກຼນ. ກ່າວຄຳເຫັນທີ່ການຖະແຫຼງຂ່າວຮ່ວມກັບທ່ານນາຍົກລັດຖະມົນຕີ ໂປໂລຍ, ທ່ານນາງນາຍົກລັດຖະມົນຕີ ອີຕາລີ Giorga Meloni ເນັ້ນໜັກວ່າ: ອີຕາລີຈະສືບຕໍ່ໜູນຊ່ວຍ ຢູແກຼນ, ພ້ອມທັງຫວັງວ່າ ບັນດາປະເທດສະມາຊິກ ກໍ່ຈະເຫັນດີຕໍ່ທັດສະນະນີ້.

ນັບແຕ່ເວລາເກີດການປະທະກັນຢູ່ຢູແກຼນໃນທ້າຍເດືອນກຸມພາ ປີ 2022, NATO ໄດ້ໜູນຊ່ວຍ ອາວຸດການທະຫານ ແລະ ບ້ວງໜູນຊ່ວຍຕ່າງໆທີ່ມີມູນຄ່ານັບລ້ານ USD ໃຫ້ຢູແກຼນ. ໄປຄຽງຄູ່ກັນນັ້ນ, ແຕ່ລະປະເທດຂອງກຸ່ມນີ້ກໍ່ມີບ້ວງເງິນໜູນຊ່ວຍສະເພາະໃຫ້ແກ່ຢູແກຼນ ອີງຕາມເງື່ອນໄຂເສດຖະກິດ ຂອງແຕ່ລະປະເທດ. ກ່ອນໜ້ານັ້ນ, ທ້າຍເດືອນພຶດສະພາທີ່ຜ່ານມາ, ທ່ານເລຂາທິການໃຫຍ່ NATO ກໍ່ຢັ້ງຢືນວ່າ ອົງການນີ້ພວມປະຕິບັດໂຄງການໜູນຊ່ວຍທີ່ແກ່ຍາວມາເປັນເວລາຫຼາຍປີ ໃຫ້ແກ່ຢູແກຼນ. ສິ່ງນີ້ໝາຍຄວາມວ່າ ບັນດາສຳພັນທະມິດ NATO ລ້ວນແຕ່ເຫັນດີເປັນເອກະພາບວ່າ ປະຕູຂອງ NATO ຍາມໃດກໍ່ເປີດກວ້າງໃຫ້ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ