ອີຕາລີ:ລັດຖະບານຂອງ ນາຍົກລັດຖະມົນຕີ Letta ຜ່ານການປ່ອນບັດໄວ້ວາງໃຈ

ອີຕາລີ:ລັດຖະບານຂອງ ນາຍົກລັດຖະມົນຕີ Letta ຜ່ານການປ່ອນບັດໄວ້ວາງໃຈ - ảnh 1
ທ່ານ​ນາຍົກລັດຖະມົນຕີ ອີ​ຕາ​ລີ Enrico Letta
(ພາບ: AFP)

(vovworld) – ວັນ​ທີ 2/10, ດ້ວຍ 235 ບັດ​ເຫັນ​ດີ, 70 ບັດ​ຄ້ານ ​ແລະ 2 ບັດ​ຂາວ, ລັດຖະບານ​ພັນທະ​ມິດ​ຂວາ​ຊ້າຍຂອງ​ທ່ານ​ນາຍົກລັດຖະມົນຕີ ອີ​ຕາ​ລີ Enrico Letta ​ໄດ້​ຜ່ານການ​ປ່ອນ​ບັດ​ໄວ້​ວາງ​ໃຈ​ຢູ່ສະພາ​ສູງລວມ​ມີ 321 ທີ່​ນັ່ງຢ່າງ​ງ່າຍດາຍ. ​ເລື່ອງ​ລັດຖະບານ ອີ​ຕາ​ລີ ຜ່ານ​ການ​ປ່ອນ​ບັດ​ເລື​ອກຕັ້ງ​ດັ່ງກ່າວ​ແມ່ນ​ຍ້ອນ​ມີ​ການ​ປ່ຽນ​ແປງ​ຫຼັກ​ໝັ້ນຢ່າງ​ກະທັນຫັນຂອງ​ທ່ານ​ອະ​ດີດນາຍົກລັດຖະມົນຕີ Silvio Berlusconi ​ເມື່ອ​ຖະ​ແຫຼ​ງວ່າ​ພັກ​ປະຊາຊົນ​ເສລີ (PDL) ​ໂດຍ​ທ່ານ​ນຳ​ໜ້າ​ຈະ​ສະໜັບສະໜູນ​ລັດຖະບານ. ດ້ວຍ​ໝາກຜົນ​ດັ່ງກ່າວ, ອີ​ຕາ​ລີ ຈະຫຼີກ​ລ້ຽງ​​ໄດ້ວິ​ກິດ​ການ​ລັດຖະບານຢ່າງ​ຮ້າຍ​ແຮງ​ ​ແລະ ​ໄພ​ຈະ​ຕ້ອງຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຄັ້ງ​ໃຫຍ່​ກ່ອນ​ກຳນົດ​ເວລາພາຍຫຼັງ​ທີ່​ທ່ານ Berlusconi ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ລັດຖະມົນຕີ​ 5 ທ່ານທີ່​ຂຶ້ນ​ກັບ​ຝ່າຍ​ກາງ​ຊ້າຍ​ຖອນ​ອອກ​ຈາກ​ຄະນະ​ລັດຖະບານ​ໃນ​ວັນ​ທີ 28/9.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ລັດຖະບານ​ພັນທະ​ມິດຂວາ​ຊ້າຍ ຂອງ​ນາຍົກລັດຖະມົນຕີ ອີ​ຕາ​ລີ Enrico Letta ສືບ​ຕໍ່​ຜ່ານ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໄວ້​ວາງ​ໃຈ​ທີ່​ສະພາ​ຕຳ່ ດ້ວຍ​ 435 ​ບັດ​ສະໜັບສະໜູນ​ລັດຖະບານ. ດັ່ງ​ນັ້ນ, ດ້ວຍ​​ໄຊຊະນະ​ຢູ່​ທັງ​ສະພາ​ສູງ ​ແລະ ສະພາ​ຕຳ່, ລັດຖະບານ​ພັນທະ​ມິດຂອງ​ທ່ານນາຍົກລັດຖະມົນຕີ Letta ​ປະຈຸ​ບັນ​ໄດ້​ຮັບ​ການ​ປັບປຸງ​ຄືນ​ໃໝ່ຢ່າງ​ໝັ້ນຄົງ.

 

ຂ່າວ/ບົດ​ອື່ນ