ອີຕາລີສືບຕໍ່ກູ້ຊີບຊາວອົບພະຍົບນັບພັນຄົນຢູ່ທະເລເມດີເຕີຣານຽມ

ອີຕາລີສືບຕໍ່ກູ້ຊີບຊາວອົບພະຍົບນັບພັນຄົນຢູ່ທະເລເມດີເຕີຣານຽມ - ảnh 1
(ພາບ​ປະ​ກອບ: Reuters)

(vovworld) - ​ວັນ​ທີ 05/02, ກຳ​ລັງ​ປ້ອງ​ກັ​ນ​ຝັ່ງ​ທະ​ເລ​ອີ​ຕາ​ລ​ີ ໃຫ້​ຮູ້​ວ່າ, ມີ​ຊາ​ວ​ອົບ​ພະ​ຍົບ ​ແມ່ນ 1.500 ຄົນ​ໄດຮັບ​ການ​ກູ​້​ຊີບ​ຢູ່ທະ​ເລເມ​ດີ​ເຕີ​ຣາ​ນຽມ ໃນ​ທ້າຍ​ອາ​ທິດ​ຜ່ານ​ມາ, ​ນີ້​ແມ່ນ​ຕົວ​ເລກ​ສູງ​ຜິດ​ປົກ​ກ​ະ​ຕິ​ໃນ​ລະ​ດູ​ໜາວ​ ເມື່ອ​​ວິ​ວັດການ​​ຂ້າມທະ​ເລ​ມີ​ທ່າ​ອ່ຽງ​ຊັກ​ຊ້າ​ລົງ ຍ້ອນ​ເງື່ອນ​ໄຂ​ດິນ​ຟ້າ​ອາ​ກາດ​ບໍ່​​ອຳ​ນວຍ​ຄວາ​ມສະ​ດວກ​ ເຊິ່ງ​ໄດ້​ຍົກ​ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ໄດ້​ຮັບ​ການ​ກູ້​ຊີບ ນັບ​ແຕ່​ວັນ​ທີ 01/02 ຂຶ້ນ 4.500 ຄ​ົນ. ​ການ​ກະ​ທຳ​ນີ້​ເກີດ​ຂຶ້ນ​ພາຍ​ຫຼັງ​​ບັນ​ດ​າ​ການນ​ຳ​ສະ​ຫະ​ພາບ​ເອີ​ລົບ (EU) ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຢູ່ Malta ເມື່ອ​ວັນ​ທີ 03/02 ໄດ້​ເຫັ​ນ​ດີຕໍ່​ບັນ​ດາ​ມາ​ດ​ຕ​ະ​ກາ​ນ​ສະ​ກັດ​ກັ້ນ​ສະ​ແສ​ຊາວ​ອົບ​ພະ​ຍົບຈາກ​ລີ​ບີ ເຂົ້າ ອີ​ຕາ​ລີ. ໜຶ່ງ​ໃນ​ບັນ​ດາ​ມາດ​ຕະ​ການນັ້ນ​ແມ່ນ ຍຸດ​ທະ​ສາດ “ທຳ​ລາຍ​ຮູບ​ແບບ​ດຳ​ເນີນ​ທຸ​ລະ​ກິດ” ຂອງ​ບັນ​ດາ​ຜູ້​ຂາຍ​ມະ​ນຸດ; ອຸ​ປະ​ຖຳ ແລະ ຝຶກ​ອົບ​ຮົມ​ໃຫ​້​ກຳ​ລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ​​ລີ​ບີ ​ເພື່ອຍ​ົກ​ສູງ​ຄວາມ​ສະ​ມາດ​ສະ​ກັດ​ກັ້ນ​ບັນ​ດາ​ກ່ຳ​ປັ່ນ​ຂ​ົນ​ສົ່ງ​ຊາວ​ອົບ​ພະ​ຍົບ.

ຂ່າວ/ບົດ​ອື່ນ