ພິທີເຊັນໂຄງການຮ່ວມມືດ້ານວັດທະນະທຳ
ການສຶກສາຫວຽດນາມ-ອີຕາລີ
(ພາບ: ອິນເຕີແນັດ)
(vovworld): ອີຕາລີ ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການຮ່ວມມືດ້ານວັດທະນະທຳກັບຫວຽດນາມ ກວ່າອີກໃນໄລຍະຈະມາເຖິງ. ທ່ານ Lorenzo Ornaghi ລັດຖະມົນຕີກະຊວງວັດທະນະທຳອີຕາລີ ໄດ້ຢືນຢັນຄືດັ່ງກ່າວ ໃນການພົບປະກັບທ່ານຮ່ວາງຕວນແອງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໃນຕອນບ່າຍຂອງວັນທີ 17/1 ທີ່ນະຄອນຫຼວງໂຣມ. ທີ່ການພົບປະ, ສອງຝ່າຍໄດ້ປຶກສາຫາລືບັນດມາດຕະການຮ່ວມມືໃນຂົງເຂດວັດທະນະທຳ. ລັດຖະມົນຕີສອງທ່ານເຫັນດີເປັນເອກະສັນຈະຊຸກຍູ້ການຮ່ວມມື, ແລກປ່ຽນໃນຂົງເຂດຈັດງານມະໂຫລານສາຍຟິມຮູບເງົາ, ຈັດສັບປະດາວັດທະນະທຳ, ສະແດງສິລະປະຂອງສອງປະເທດ; ຕັ້ງໜ້າແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງລະຫວ່າງສອງກະຊວງວັດທະນະທຳ…ທ່ານລັດຖະມົນຕີ Lorenzo Ornaghi ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ “ປີຫວຽດນາມ ຢູ່ອີຕາລີ“ ປະສົບຜົນສຳເລັດຢ່າງຈົບງາມ ໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ. ທ່ານຍັງສະແດງຄວາມຫວັງວ່າ, ໃນໄລຍະຈະມາເຖິງ, ນອກຈາກຂົງເຂດວັດທະນະທຳ, ການພົວພັນລະຫວ່າງສອງປະເທດໃນຂົງເຂດເສດຖະກິດ, ການຄ້າ, ການສຶກສາບຳລຸງສ້າງ…ກໍ່ຈະໄດ້ຮັບການພັດທະນາຢ່າງແຮງ.