ອິນ​ເດຍ ຈະ​ລື່ນ​ກາຍ ຈີນ ກາຍ​ເປັນ​ປະ​ເທດ​ທີ່​ມີ​ຈຳ​ນວນ​ປະ​ຊາ​ກອນຫຼາຍ​ທີ່​ສຸດ​ໃນໂລກ​ປີ 2023

(VOVWORLD) -ອິນເດຍ ຈະລື່ນກາຍ ຈີນ ກາຍເປັນປະເທດທີ່ມີຈຳນວນປະຊາກອນຫຼາຍທີ່ສຸດໃນໂລກໃນປີນີ້ ເຖິງວ່າລະດັບການເພີ່ມຂຶ້ນຂອງປະຊາກອນໃນປະເທດນີ້ພວມຊ້າລົງ.
ອິນ​ເດຍ ຈະ​ລື່ນ​ກາຍ ຈີນ ກາຍ​ເປັນ​ປະ​ເທດ​ທີ່​ມີ​ຈຳ​ນວນ​ປະ​ຊາ​ກອນຫຼາຍ​ທີ່​ສຸດ​ໃນໂລກ​ປີ 2023 - ảnh 1ອິນເດຍ ຈະລື່ນກາຍ ຈີນ ກາຍເປັນປະເທດທີ່ມີຈຳນວນປະຊາກອນຫຼາຍທີ່ສຸດໃນໂລກໃນປີ 2023 (ພາບ: Reuters)

ວັນທີ 18 ມັງກອນ, ສປຊ ຄາດວ່າ ອິນເດຍ ຈະລື່ນກາຍ ຈີນ ກາຍເປັນປະເທດທີ່ມີຈຳນວນປະຊາກອນຫຼາຍທີ່ສຸດໃນໂລກໃນປີນີ້ ເຖິງວ່າລະດັບການເພີ່ມຂຶ້ນຂອງປະຊາກອນໃນປະເທດນີ້ພວມຊ້າລົງ. ປີ 2022, ເປັນປີທຳອິດໃນຮອບເວລາ 60 ປີ ທີ່ຈຳນວນປະຊາກອນຂອງ ຈີນ ຫຼຸດລົງ, ເປັນຂີດໝາຍແກ່ການເລີ່ມກ້າວເຂົ້າສູ່ໄລຍະປະຊາກອນຫຼຸດລົງໃນເວລາຍາວນານ ແລະ ສົ່ງຜົນກະທົບຢ່າງເລິກເຊິ່ງເຖິງພື້ນຖານເສດຖະກິດຂອງ ຈີນ ແລະ ໂລກ. ເຖິງຢ່າງໃດກໍຕາມປັດຈຸບັນນີ້, ປະຊາກອນຂອງ ຈີນ ແລະ ອິນເດຍ ລື່ນກັນແຕ່ໜ້ອຍດຽວ (ຈີນມີປະຊາກອນ: 1,4 ຕື້ ຄົນ, ສ່ວນ ອິນເດຍ ມີ 1,38 ຕື້ຄົນ. ຍິ່ງໄປກວ່ານັ້ນ, ດ້ວຍ 27,3% ປະຊາກອນຢູ່ໃນລະດັບແຕ່ 15 – 29 ປີ, ອິນເດຍ ແມ່ນໜຶ່ງໃນບັນດາປະເທດທີ່ມີປະຊາກອນໜຸ່ມທີ່ສຸດໃນໂລກ, ໃນຂະນະທີ່ ຈີນ ກ້າວເຂົ້າສູ່ໄລຍະປະຊາກອນມີອາຍຸເພີ່ມຂຶ້ນ. ລະດັບການເຕີບໂຕປະຊາກອນໃນແຕ່ລະປີຂອງປະເທດ ອາຊີໃຕ້ນີ້ ສະເລ່ຍແມ່ນ 1,2% ນັບແຕ່ປີ 2011 ເປັນຕົ້ນມາ, ຫຼຸດລົງເມື່ອທຽບໃສ່ລະດັບ 1,7% ຂອງ 10 ປີກ່ອນນີ້.

       

ຕອບກັບ

ຂ່າວ/ບົດ​ອື່ນ