ອິນ​ເດຍ ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຈາກ​ກ່ຳ​ປັ່ນ​ດຳ​ນ້ຳ​ແລ່ນ​ດ້ວຍ​ພະ​ລັງ​ງານ​ນິວ​ເຄຼຍ ​ປະ​ສົບ​ຜົນ​ສຳ​ເລັດ

(VOVWORLD) -ອິນເດຍ ໄດ້ຍິງລູກສອນໄຟນຳວິຖີຈາກກ່ຳປັ່ນດຳນ້ຳ (SLBM)  ທີ່ແລ່ນດ້ວຍພະລັງງານນິວເຄຼຍປະດິດເອງປະສົບຜົນສຳເລັດ. 

ວັນທີ 14 ຕຸລາ, ອິນເດຍ ໄດ້ຍິງລູກສອນໄຟນຳວິຖີຈາກກ່ຳປັ່ນດຳນ້ຳ (SLBM)  ທີ່ແລ່ນດ້ວຍພະລັງງານນິວເຄຼຍປະດິດເອງປະສົບຜົນສຳເລັດ. ແຈ້ງການຂອງກະຊວງປ້ອງກັນປະເທດນີ້ ໄດ້ເນັ້ນໜັກວ່າ ນີ້ແມ່ນການຜັກດັນໃຫ້ແກ່ຄວາມສາມາດບຸກໂຈມຕີຂອງບັນດາກຳລັງປະກອບອາວຸດ.

        ການທົດລອງກຳລັງຄວາມສາມາດນາບຂູ່ທາງດ້ານນິວເຄຼຍ ໄດ້ຈັດ ອິນເດຍ ເຂົ້າກຸ່ມບັນດາປະເທດທີ່ມີຄວາມສາມາດບຸກໂຕມຕີ ແລະ ໂຕ້ຕອບຄືນດ້ວຍນິວເຄຼຍເທິງໜ້າດິນ, ທະເລ ແລະ ທາງອາກາດ. ພັດທະນາ SLBM ສຳເລັດແມ່ນກຳລັງຜັກດັຍຂອງ ອິນເດຍ ເພື່ອມຸ່ງໄປເຖິງການສ້າງຄັງສາງເກັບຮັກສາອາວຸດການທະຫານສະເພາະຂອງຕົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ