ອິນເດຍ ທົດລອງລະບົບປ້ອງກັນລູກສອນໄຟນຳວິຖີບົນທະເລສຳເລັດຜົນ

(VOVWORLD) - ເຫດຍິງທົດລອງ ໂດຍອົງການຄົ້ນຄ້ວາ ແລະ ພັດທະນາປ້ອງກັນປະເທດ (DRDO) ພ້ອມກັບກອງທັບເຮືອຂອງປະເທດນີ້ ດຳເນີນຢູ່ເຂດນອກຝັ່ງທະເລ Odisha ຢູ່ ອ່າວ Bengal
ອິນເດຍ ທົດລອງລະບົບປ້ອງກັນລູກສອນໄຟນຳວິຖີບົນທະເລສຳເລັດຜົນ - ảnh 1(ພາບປະກອບຈາກ ANI)

ວັນທີ  22 ມີນາ, ກະຊວງປ້ອງກັນປະເທດ ອິນເດຍ ປະກາດວ່າ, ປະເທດນີ້ ບັນລຸຜົນສຳເລັດໃນການທົດລອງລູກສອນໄຟຕີສະກັດກັ້ນບົນທະເລ ມີຄວາມສາມາດສະກັດກັ້ນລູກສູນໄຟນຳວິຖີນິວເຄຼຍພວມບິນມາໃນຄັ້ງທຳອິດ. ເຫດການທົດລອງໄດ້ດຳເນີນໃນຂອບເຂດໜ້າທີ່ມຸ່ງໄປເຖິງການສ້າງລະບົບປ້ອງກັນລູກສອນໄຟນຳວິຖີ (BMD) ມີປະສິດທິຜົນທັງໃນເຂດດິນຕໍ່ແຜ່ນ ແລະ ບົນທະເລ.

          ຕາມແຈ້ງການແລ້ວ, ເຫດຍິງທົດລອງ ໂດຍອົງການຄົ້ນຄ້ວາ ແລະ ພັດທະນາປ້ອງກັນປະເທດ (DRDO) ພ້ອມກັບກອງທັບເຮືອຂອງປະເທດນີ້ ດຳເນີນຢູ່ເຂດນອກຝັ່ງທະເລ Odisha ຢູ່ ອ່າວ Bengal ໃນວັນທີ 21 ເມສາ. ຈຸດປະສົງຂອງການທົດລອງແມ່ນປະທະກັນ ແລະ ທຳລາຍຜົນສັກສິດຈາກໄພນາບຂູ່ດ້ວຍລູກສອນໄຟນຳວິຖີທີ່ເປັນປໍລະປັກ, ຜ່ານນັ້ນ, ນຳ ອິນເດຍ ເຂົ້າສະໂມສອນບັນດາປະເທດມີຄວາມສາມາດ ສ້າງລະບົບປ້ອງກັນລູກສອນໄຟນຳວິຖີ ຂອງກອງທັບເຮືອ.

ຕອບກັບ

ຂ່າວ/ບົດ​ອື່ນ