ອິນເດຍວາງແຜນການສ້າງຮົ້ວເລເຊີລຽບຕາມເສັ້ນຊາຍແດນຕິດກັບປາກິດສະຖານ

ອິນເດຍວາງແຜນການສ້າງຮົ້ວເລເຊີລຽບຕາມເສັ້ນຊາຍແດນຕິດກັບປາກິດສະຖານ - ảnh 1
(ພາບ​ປະ​ກອບ: AFP)

(vovworld) –​ ​ວັນ​ທີ 19/01, ອ​ິນ​ໂດຍ ມີ​ແຜນ​ການ​ສ້າງ​ຮົ້​ວ​ເລ​ເຊີ ລຽບ​ຕາມ​ເຂດທີ່​ມີ​ຄວາມສະ​ດຸ້ງ​ໄວ​​ຢູ່​ເຂ​ດ​ຊາຍ​ແດນ​ຕິດ​ກັບ​ປາ​ກິດ​ສະ​ຖານ ພາຍ​ຫຼັງ​ການບ​ຸກ​ໂຈມ​ຕີ​ທີ່ນອງ​ເລືອດ ແນ​ໃສ່​ຖານ​ທີ່​ໝັ້ນ​ກອງ​ທັບ​ອາ​ກາດ​ຂອງ​ອິນ​ເດຍ ເມື່ອ​ຕົ້ນ​ເດືອນ 01/2016. ອິນ​ເດຍ ຈະ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີກຳ​ແພງ​ເລ​ເຊ​ີ ໂດຍ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເຂດ​ຊາຍ​ແດ​ນ​ອິນ​ເດຍ ພັດ​ທະ​ນາ ຢູ່​ທຸກ​ເຂດ​ແຄມ​ແມ່ນ້ຳ ແລະ ບັນ​ດາ​ເຂດ​ທີ່​ຍັງ​ບໍ່​ທັນ​ມີ​ຮົ້ວ​ຢູ່​ລັດ Punjab, ທາງທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ອິນ​ເດຍ, ລຽບ​ຕາ​ມ​ເສັ້ນ​ຊາຍ​ແ​ດນທີ່​ຕິດ​ກັບ​ປາ​ກິດ​ສະ​ຖານ. ​ຮົ້ວ​ເລ​ເຊ​ີ ກໍ່​ໄດ້​ຮັບ​ການ​ຕິດ​ຕັ້ງ​ລຽບ​ຕາມ​​ເສັ້ນຊາຍ​ແດນ​​ຕິດກັບ​ເຂດ Kashmir ທີ່​ມີ​ການ​ຂັດ​ແຍ​້ງ​ກັນ​ກັບ​ປາ​ກິດ​ສະ​ຖານ. ກາ​ນ​ກະ​ທຳ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ມາ​ພາຍ​ຫຼັງ​ເກີດ​ເຫດ​ບຸກ​ໂຈມ​ຕີ​​ທີ່ນອງ​ເລືອດ​​ເມື່ອ​ວັນ​ທີ 02/01 ຜ່ານ​ມາ ເພື່ອ​​ເລັ່ງໃສ່​ຖານ​ທີ່​ໝັ້​ນ​​ກອງ​ທັບ​ອາ​ກາດ​ຢູ່ Pathankot, ລັດ Punjab, ເຊິ່ງ​ເຮັດ​ໃຫ້ 7 ຄົນ​ເສຍ​ຊີ​ວິດ.

ຂ່າວ/ບົດ​ອື່ນ