ອິນ​ເດຍ​ຮຽກ​ຮ້ອງ​ໃຫ້ ປາ​ກິດ​ສະ​ຖານ ມອບສົ່ງຕົວ​ຜູ້ວາງ​ແຜນ​ກໍ່​ການ​ຮ້າຍ​ຢູ່​ນະ​ຄອ​ນ Mumbai ​

(VOVWORLD) -ໃນວັນທີ 28 ມິຖຸນາ, ອິນເດຍໃຫ້ຮູ້ວ່າ New Delhi ພວມຊອກຫາວິທີການຂົນຂວາຍ Islamabad ມອບສົ່ງຕົວມືປືນແຖວໜ້າຄົນໜຶ່ງຢູ່ ປາກິດສະຖານ ທີ່ຖືກໄດ້ສົງໄສວ່າເປັນຜູ້ວາງແຜນດຳເນີນເຫດກໍ່ການຮ້າຍທີ່ນອງເລືອດຢູ່ນະຄອນ Mumbai ຂອງອິນເດຍໃນປີ 2008.
ອິນ​ເດຍ​ຮຽກ​ຮ້ອງ​ໃຫ້ ປາ​ກິດ​ສະ​ຖານ ມອບສົ່ງຕົວ​ຜູ້ວາງ​ແຜນ​ກໍ່​ການ​ຮ້າຍ​ຢູ່​ນະ​ຄອ​ນ Mumbai ​ - ảnh 1ຫດກໍ່ການຮ້າຍຢູ່ນະຄອນ Mumbai (ພາບ: abc.net.au/TTXVN)

ການກະທຳດັ່ງກ່າວໄດ້ດຳເນີນພາຍຫຼັງ ວົງການເຈົ້າໜ້າທີ່ອາເມລິກາ ໃນອາທິດກ່ອນ ເວົ້າວ່າ ເປົ້າໝາຍກໍ່ການຮ້າຍດັ່ງກ່າວພວມດຳລົງຊີວິດຢ່າງອິດສະຫຼະຢູ່ປາກິດສະຖານ.

ທັງອິນເດຍ ແລະ ອາເມລິກາລ້ວນແຕ່ກ່າວຫາເປົ້າໝາຍ Sajid Mir ໂດຍຂຶ້ນກັບ ກຸ່ມ Lashkar – e –Taiba ພວມຕັ້ງກຳລັງຢູ່ ປາກິດສະຖານ ຢືນຢູ່ເບື້ອງງຫຼັງບັນດາເຫດການບຸກໂຈມຕີທີ່ແກ່ຍາວເປັນເວລາ 3 ວັນເພື່ອແນໃສ່ບັນດາສະຖານທີ່ຄື: ໂຮງແຮມ, ສະຖານີລົດໄຟ…ເຮັດໃຫ້ມີ 166 ຄົນ ເສຍຊີວິດໃນນັ້ນ ມີ ຊາວອາເມລິກາ 6 ຄົນ

ຕອບກັບ

ຂ່າວ/ບົດ​ອື່ນ