ອິນເດຍແລະປາກິດສະຖານເຊື່ອມຕໍ່ການເຄື່ອນໄຫວດ້ານການຄ້າຄືນໃໝ່

(VOVWORLD) -ວັນທີ 05 ມີນາ, ອິນເດຍ ແລະ ປາກິດສະຖານ ໄດ້ເຊື່ອມຕໍ່ການເຄື່ອນໄຫວດ້ານການຄ້າຄືນໃໝ່ຢູ່ເທດສະບານເຂດຊາຍແດນ Uri, ຂຶ້ນກັບເຂດພວມເກີດການພິພາດກັນ Kashmir.
ອິນເດຍແລະປາກິດສະຖານເຊື່ອມຕໍ່ການເຄື່ອນໄຫວດ້ານການຄ້າຄືນໃໝ່ - ảnh 1 (ພາບປະກອບ: THX/TTXVN)

ທ່ານ Riyaz Ahmad Malik, ເຈົ້າໜ້າທີ່ອິນເດຍ ທ່ານໜຶ່ງ ຢູ່ເຂດ Kashmir ໂດຍອິນເດຍ ຄວບຄຸມໃຫ້ຮູ້ວ່າ, ພາຍຫຼັງຄວາມເຄັ່ງຕຶງລະຫວ່າງ New Delhi ແລະ Islamabad ມີສັນຍານ “ຫຼຸດລົງ”, ການແລກປ່ຽນການຄ້າຢູ່ເທດສະບານ Uri ໄດ້ກັບຄືນສູ່ ປົກກະຕິ. ການເຄື່ອນໄຫວແລກປ່ຽນການຄ້າຢູ່ເຂດຂີດຂັ້ນຊາຍແດນຄວບຄຸມ (LoC) ອີງໃສ່ກົນໄກແລກປ່ຽນສິນຄ້າ ຫາກບໍ່ນຳໃຊ້ເງິນສົດ. ການພົວພັນລະຫວ່າງ 2 ປະເທດບ້ານໃກ້ເຮືອນຄຽງໃນອາຊີໃຕ້ນີ້ເຄັ່ງຕຶງຂຶ້ນພາຍຫຼັງເກີດເຫດວາງລະເບີດທີ່ນອງເລືອດໃນວັນທີ 14 ກຸມພາ ຢູ່ເຂດ Kashmir ໂດຍອິນເດຍ ຄວບຄຸມ, ເຊິ່ງເຮັດໃຫ້ທະຫານອິນເດຍ 40 ຄົນເສຍຊີວິດ.

        ຄວາມເຄັ່ງຕຶງສືບຕໍ່ເພີ່ມຂຶ້ນເມື່ອ 2 ຝ່າຍມີການກະທຳໂຕ້ຕອບດ້ານການທະຫານເຊິ່ງກັນ ແລະ ກັນ, ຈຸດສຸດຍອດແມ່ນປາກິດສະຖານ ໄດ້ປິດປະຕູເຂດນານຟ້າ, ເຮັດໃຫ້ສາຍການບິນໃນໂລກນັບພັນຖ້ຽວຖືກປົນເປເປັນເວລາ 2 ວັນຢ່າງລ້ຽນຕິດ. ເຖິງຢ່າງໃດກໍ່ຕາມ, ວັນທີ 01 ມີນາ, ປາກິດສະຖານ ໄດ້ເປີດປະຕູເຂດນານຟ້າ ຄືນໃໝ່ ແລະ ມອບຕົວບັນດານັກບິນທີ່ຖືກຈັບຕົວໃຫ້ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ