ອິນໂດເນເຊຍ ກໍ່ສ້າງນະຄອນໃໝ່ 10 ແຫ່ງ

ອິນໂດເນເຊຍ ກໍ່ສ້າງນະຄອນໃໝ່ 10 ແຫ່ງ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 24/03, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ​ພັດທະນາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ Andrinof Chaniago, ​ໃຫ້​ຮູ້​ວ່າ, ​ໃນ​ແຜນການ​ກໍ່ສ້າງ​ນະຄອນ​ໃໝ່ 10 ​ແຫ່ງ​ຂອງ​ປະ​ເທດ​ນີ້, ບັນດາ​ເຂດ​ຕົວ​ເມືອງ​ທຳ​ອິດ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່ Tanjung Selor ຂຶ້ນ​ກັບ​ແຂວງ​ທາງ​ທິດ​ເໜືອ Kalimantan (ຫຼື​ເອີ້ນ​ວ່າ​ທາງ​ທິດ​ເໜືອ Borneo). ລັດຖະບານ​ອິນ​ໂດ​ເນ​ເຊຍ ​ໄດ້ປະຕິ​ບັດ​​ສຳ​ເລັດການ​ຄົ້ນຄວ້າ ​ແລະ ຈັດ​ແບ່ງ​ງົບປະມານ​​ແຫ່ງລັດ​ເພື່ອ​ພັດທະນາ Tanjung Selor, ຈາກເມືອງ​ນ້ອຍ​ໃນ​ປະຈຸ​ບັນ ​ໃຫ້ກາຍ​ເປັນ​​ເມືອງ​​ເອກ​ຂອງ​ແຂວງ​ທາງ​ທິດ​ເໜືອ Kalimantan, ຕິດ​ກັບ​ມາ​ເລ​ເຊຍ. ທີ່​ຕັ້ງ​ລະອຽດ​ຂອງ 9 ນະຄອນ​ໃໝ່​ອື່ນ​ຍັງ​ບໍ່​ທັນ​ໄດ້ຮັບ​ການປະກາດ, ​ພຽງ​​ແຕ່ຮູ້​ວ່າ ບາງ​ນະຄອນ​ໃໝ່​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ເກາະ Borneo. ທ່ານ​ລັດຖະມົນຕີ​ Andrinof ຖະ​ແຫຼ​ງວ່າ, ລັດຖະບານ​ອິນ​ໂດ​ເນ​ເຊຍ ຈະ​ໃຫ້​ບຸລິມະສິດ​ພັດທະນາ​ບັນດາ​ເຂດ​ຕົວ​ເມືອງ​ໃໝ່​ດັ່ງກ່າວ ຢູ່​ນອກ​ເກາະ Java ​ໃນ​ຄວາມ​ມານະ​ພະຍາຍາມ​ສົ່ງເສີມການຈັດ​ແບ່ງ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດຢ່າງ​ສະໝໍ່າສະ​ເໝີ​ຢູ່​ທົ່ວ​ທຸກ​​ເຂດ.

ຂ່າວ/ບົດ​ອື່ນ