ອິນໂດເນເຊຍ ກະກຽມຂັ້ນຕອນນຳ Timor Leste ເຂົ້າເປັນສະມາຊິກອາຊຽນ

(VOVWORLD) - ກ່ຽວກັບດ້ານຫຼັກການແລ້ວ, Timor Leste ໄດ້ຮັບຮູ້ເປັນສະມາຊິກຂອງ ອາຊຽນແລ້ວ...
ອິນໂດເນເຊຍ ກະກຽມຂັ້ນຕອນນຳ Timor Leste ເຂົ້າເປັນສະມາຊິກອາຊຽນ - ảnh 1ທ່ານ Taur Matan Ruak, ນາຍົກລັດຖະມົນຕີ Timor Leste ແລະ ປະທານາທິບໍດີ ອິນໂດເນເຊຍ Joko Widodo ທີ່ສຳນັກງານປະທານາທິບໍດີ ຢູ່ Bogor
(ພາບ:Antara)

ດ້ວຍຖານະເປັນປະທານ ອາຊຽນ ປີ 2023, ອິນໂດເນເຊຍ ພວມກະກຽມຂັ້ນຕອນເພື່ອຊ່ວຍ Timor Leste ກາຍເປັນສະມາຊິກທາງການຂອງ ອາຊຽນ. ໃນຖະແຫຼງການຮ່ວມອອກວັນທີ 13 ກຸມພາ ກັບທ່ານ Taur Matan Ruak, ນາຍົກລັດຖະມົນຕີ Timor Leste ຢູ່ວັງ Bogor, ແຂວງ Java ຕາເວັນຕົກ, ປະເທດ ອິນໂດເນເຊຍ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໃຫ້ຮູ້ວ່າ: ກ່ຽວກັບດ້ານຫຼັກການແລ້ວ, Timor Leste ໄດ້ຮັບຮູ້ເປັນສະມາຊິກຂອງ ອາຊຽນແລ້ວ. ຂັ້ນຕອນເພື່ອກາຍເປັນສະມາຊິກທາງການພວມໄດ້ຮັບການກະກຽມ, ນຳໜ້າແມ່ນ ອິນໂດເນເຊຍ ດ້ວຍຖານະເປັນປະທານ ອາຊຽນ.

        ສ່ວນທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi ສະແດງຄວາມເຊື່ອໝັ້ນວ່າ ເລື່ອງ Timor Leste ກາຍເປັນສະມາຊິກ ອາຊຽນ ຈະປະກອບສ່ວນຮັບປະກັນຄວາມສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ