ອິນໂດເນເຊຍ ກະກຽມເລີ່ມເຄື່ອນໄຫວໂຄງການສ້າງແຂວງ Trung Sulawesi ຄືນໃໝ່ພາຍຫລັງເກີດເຫດແຜ່ນດິນໄຫວ, ຄື້ນຟອງຍັກ

(VOVWORLD) - ວັນທີ 28 ຕຸລາ, ທ່ານ Sutopo Nugroho ໂຄສົກຂອງອົງການຄຸ້ມຄອງໄພທຳມະຊາດແຫ່ງຊາດ ອິນໂດເນເຊຍ 
ອິນໂດເນເຊຍ ກະກຽມເລີ່ມເຄື່ອນໄຫວໂຄງການສ້າງແຂວງ Trung Sulawesi ຄືນໃໝ່ພາຍຫລັງເກີດເຫດແຜ່ນດິນໄຫວ, ຄື້ນຟອງຍັກ - ảnh 1 ອິນໂດເນເຊຍ ກະກຽມເລີ່ມເຄື່ອນໄຫວໂຄງການສ້າງແຂວງ Trung Sulawesi ຄືນໃໝ່ພາຍຫລັງເກີດເຫດແຜ່ນດິນໄຫວ, ຄື້ນຟອງຍັກ (ພາບ: THX/TTXVN )

ໄດ້ປະກາດແຜນການສ້າງແຂວງ Trung Sulawesi  ແລະ ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ ພາຍຫລັງເກີດໄພພິບັດແຜ່ນດິນໄຫວ, ຄື້ນຟອງຍັກ ຈະໄດ້ເລີ່ມຕົ້ນແຕ່ເດືອນ ພະຈິກ ຈະມາເຖິງ. ຄາດວ່າ ໂຄງການຈະແກ່ຍາວເປັນເວລາ 4 ປີ ແລະ ຕ້ອງໃຊ້ຈ່າຍປະມານ 657 ລ້ານ USD.

       ແລະກໍ່ໃນວັນດຽວກັນ, ອິນໂດເນເຊຍ ກໍ່ແຈ້ງໃຫ້ຊາບກ່ຽວກັບຈຳນວນຄົນເສຍຊີວິດ, ຮັບບາດເຈັບ ແລະ ຜົນເສຍຫາຍຈາກບັນດາເຫນແຜ່ນດິນໄຫວ ແລະ ຄື້ນຟອງຍັກ ຢູ່ແຂວງດັ່ງກ່າວໃນເດືອນ ກັນຍາ ຜ່ານມາ. ຕາມນັ້ນແລ້ວ, ມີກ່ວາ 2.080 ຄົນເສຍຊີວິດ, ເກືອບ 4.500 ຄົນຖືກຮັບບາດເຈັບ ແລະ ຄວາມເສຍຫາຍຄິດເປັນມູນຄ່າກ່ວາ 1,2 ຕື້ USD. ເມືອງເອກ Pulu ຂອງແຂວງ Trung Sulawesi   ແມ່ນສະຖານທີ່ຖືກຜົນສະທ້ອນຢ່າງໜັກທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ