ອິນ​ໂດ​ເນ​ເຊຍ ກຳ​ນົດ​ໄດ້​ທີ່​ຕັ້ງ​ ກັບ​ດຳ 2 ກ​ັບຂອງເຮືອ​ບິນ​ຕົກ​ຢູ່ເຂດ​ໝູ່​ເກາະ Seribu

(VOVWORLD) -ກຳລັງເຈົ້າໜ້າທີ່ຂອງ ອິນໂດເນເຊຍ ກຳນົດໄດ້ທີ່ຕັ້ງກັບດຳ 2 ກັບໃນເຮືອບິນຂອງບໍລິສັດການບິນ Sriwijaya Air ຕົກຢູ່ເຂດໝູ່ເກາະ Seribu ໃນຕອນບ່າຍວັນທີ 9 ມັງກອນ.
ອິນ​ໂດ​ເນ​ເຊຍ ກຳ​ນົດ​ໄດ້​ທີ່​ຕັ້ງ​ ກັບ​ດຳ 2 ກ​ັບຂອງເຮືອ​ບິນ​ຕົກ​ຢູ່ເຂດ​ໝູ່​ເກາະ Seribu - ảnh 1ການຊອກຫາຊາກເຮືອບິນ ແລະ ຜູ້ປະສົບເຄາະຮ້າຍ (ພາບ: AFP/TTXVN)

ກັບດຳດັ່ງກ່າວ ຈະສະໜອງຂໍ້ມູນສຳຄັນເພື່ອຮັບໃຊ້ໃຫ້ແກ່ວຽກງານສືບສວນຫາສາຍເຫດອຸປະຕິເຫດດັ່ງກ່າວ.

        ວັນທີ 10 ມັງກອນ, ທ່ານ Robertus Billitea ຜູ້ອຳນວຍການກຸ່ມບໍລິສັດການເງິນ ອິນໂດເນເຊຍ (IFG) ທັງເປັນບໍລິສັດປະກັນໄພ ແລະ ຄ້ຳປະກັນໃຫ້ແກ່ລັດວິສາຫະກິດ ໃຫ້ຮູ້ວ່າ IFG ພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ຊົດເຊີຍໃຫ້ແກ່ຜູ້ໂດຍສານທີ່ປະສົບເຄາະຮ້າຍໃນເຫດອຸປະຕິເຫດດັ່ງກ່າວ. IFG ກໍພວມຕິດຕາມການຜັນແປໃນການຊອກຫາຊາກເຮືອບິນ ແລະ ຜູ້ປະສົບເຄາະຮ້າຍ.


ຕອບກັບ

ຂ່າວ/ບົດ​ອື່ນ