ອິນໂດເນເຊຍ ກູ້ໄພກູ້ຊີບຊາວເຂົ້າເມືອງຢູ່ນອກທະເລແຂວງ Aceh ເກືອບ 500 ຄົນ

ອິນໂດເນເຊຍ ກູ້ໄພກູ້ຊີບຊາວເຂົ້າເມືອງຢູ່ນອກທະເລແຂວງ Aceh ເກືອບ 500 ຄົນ - ảnh 1
(ພາບປະກອບ: smh.com.au)

​(vovworld) – ວັນ​ທີ 10/05, ອົງການ​ກູ້​ໄພ​ກູ​ຊີບ​ອິນ​ໂດ​ເນ​ເຊຍ ​ໄດ້​ກອບກູ້​​ຊີວິດ​ຂອງ​ຜູ້​ເຂົ້າ​​ເມືອງ​ຢ່າງ​ຜິດ​ກົດໝາຍ 469 ຄົນ ພາຍຫຼັງ​ເຮືອ​ຂອງ​ເຂົ້າ​ເຈົ້າ​ຖືກ​ຕິດ​ຄ້າງ​ຢູ່​ນອກ​ທະ​ເລ​ແຂວງ Aceh, ​ເຂດ​ຕາ​ເວັນ​ຕົກ​ພາກ​ເໜືອອິນ​ໂດ​ເນ​ເຊຍ. ທ່ານ​ຫົວ​ໜ້າ​ກຸ່ມ​ກູ້​ໄພ​ກູ້​ຊີບ​ແຂວງ Aceh, Budiawan, ​ໃຫ້​ຮູ້​ວ່າ, ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ​ເຂົ້າ​ເຈົ້າ​ໄດ້​ຮັບ​ຂ່າວ​ຈາກ​ຊາວ​ປະມົງກ່ຽວ​ກັບ​ເລ​ື່ອງ ​ເຮືອ​ລຳ​ດັ່ງກ່າວ​ຖືກ​ຕິດ​ຄ້າງ​ຢູ່​ນອກ​ທະ​ເລ. ອົງການ​ກູ້​ໄພ​ກູ້​ຊີບ​ແຂວງ Aceh ​ໄດ້​ລະດົມ​ກຳລັງ​ນຳ​ເອົາ 469 ຄົນ​ເຂົ້າ​ຝັ່ງ​ຢ່າງ​ປອດ​ໄພ. ບັນດາ​ຜູ​້​ເຂົ້າ​ເມືອງ​ຢ່າງ​ຜິດ​ກົດໝາຍ​ມາ​ຈາກ​ມຽນມາ ​ແລະ ບັງ​ກະລາ​ເທດ.

ຂ່າວ/ບົດ​ອື່ນ