ອິນໂດເນເຊຍ ຊຸກຍູ້ບັນດາບັນຫາ ອາຊຽນ ໃນປີປະທານ ອາຊຽນ 2023

(VOVWORLD) -ອິນໂດເນເຊຍ ຮັບຜິດຊອບບົດບາດເປັນປະທານ ອາຊຽນ ໃນສະພາບການທີ່ໂລກບໍ່ສະຫງົບ, ບັນຫາ ມຽນມາ ສືບຕໍ່ສ້າງສິ່ງທ້າທາຍໃຫ້ແກ່ ອາຊຽນ.
ອິນໂດເນເຊຍ ຊຸກຍູ້ບັນດາບັນຫາ ອາຊຽນ ໃນປີປະທານ ອາຊຽນ 2023 - ảnh 1(ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi ກ່າວຄໍາເຫັນທາງອິນເຕີເນັດ)

       ລັດຖະບານອິນໂດເນເຊຍ ຢືນຢັນວ່າ ຈະຊຸກຍູ້ບັນດາບັນຫາ ອາຊຽນ ໃນປີ ປະທານ ອາຊຽນ, ໃນ 5 ປີທີ່ປະເທດນີ້ຮັບຜິດຊອບເປັນປະທານໝູນວຽນ ອາຊຽນ ປີ 2023.

        ໃນບົດກ່າວຄໍາເຫັນທາງອິນເຕີເນັດຝາກເຖິງ “ເວທີປາໄສນະໂຍບາຍການຕ່າງປະເທດ ອິນໂດເນເຊຍ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ຈາກາຕ້າ ໃນທ້າຍອາທິດຜ່ານມາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi, ໃຫ້ຮູ້ວ່າ ອິນໂດເນເຊຍ ຮັບຜິດຊອບບົດບາດເປັນປະທານ ອາຊຽນ ໃນສະພາບການທີ່ໂລກບໍ່ສະຫງົບ, ບັນຫາ ມຽນມາ ສືບຕໍ່ສ້າງສິ່ງທ້າທາຍໃຫ້ແກ່ ອາຊຽນ. ອິນໂດເນເຊຍ ມີແງ່ຫວັງຈະປະກອບສ່ວນນຳ ອາຊຽນ ກາຍເປັນພາກພື້ນທີ່ໝັ້ນຄົງສັນຕິພາບ, ເສດຖະກິດພັດທະນາວ່ອງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ