ອິນໂດເນເຊຍ ພວມຮີບເຮັ່ງຄົ້ນຫາກ່ຳປັ່ນດຳນ້ຳທີ່ພວມຫາຍສາບສູນ

(VOVWORLD) -ກ່ຳປັ່ນດຳນ້ຳ KRI Nnaggala 402 ມີອົກຊີພໍໃຊ້ໃນເວລາ 72 ຊົ່ວໂມງໃຫ້ບັນດາລູກເຮືອ, ໝາຍຄວາມວ່າຮອດຕອນເຊົ້າວັນທີ 24 ເມສາ.
ອິນໂດເນເຊຍ ພວມຮີບເຮັ່ງຄົ້ນຫາກ່ຳປັ່ນດຳນ້ຳທີ່ພວມຫາຍສາບສູນ - ảnh 1ກອງທັບເຮືອອິນໂດເນເຊຍ ພວມຮີບເຮັ່ງຄົ້ນຫາກ່ຳປັ່ນດຳນ້ຳ KRI Nnaggala 402
(ພາບ: Getty)

ກອງທັບເຮືອອິນໂດເນເຊຍ ພວມຮີບເຮັ່ງຄົ້ນຫາກ່ຳປັ່ນດຳນ້ຳເຊິ່ງມີລູກເຮືອ 53 ຄົນທີ່ພວມຫາຍສາບສູນ ຂະນະພວມເຂົ້າຮ່ວມການຊ້ອມຮົບຢູ່ທະເລ ບາລີ ໃນວັນທີ 21 ເມສາ. ໂຄສົກກອງທັບເຮືອອິນໂດເນເຊຍ, ທ່ານ Julius Widjojono ໃຫ້ຮູ້ວ່າ, ບັ້ນຄົ້ນຫາພວມໄດ້ຮັບການປະຕິບັດຢູ່ເຂດທະເລທີ່ຫ່າງຈາກເກາະ ບາລີ 96 ກມ. ໃນການຄົ້ນຫາທາງອາກາດໃນວັນທີ 24 ເມສາ, ກອງທັບ ອິນໂດເນເຊຍ ໄດ້ພົບເຫັນນ້ຳມັນຢູ່ໜ້ານ້ຳ ເຊິ່ງແມ່ນບ່ອນກ່ຳປັ່ນດຳນ້ຳ KRI Nnaggala 402 ເລີ່ມອອກເດີນທາງ. ປະຈຸບັນຍັງບໍ່ທັນຮູ້ສະພາບຂອງລູກເຮືອ 53 ຄົນໃນກ່ຳປັ່ນດຳນ້ຳດັ່ງກ່າວ. ທ່ານເສນາທິການໃຫຍ່ກອງທັບເຮືອອິນໂດເນເຊຍ, ພົນເຮືອເອກ Yudo Margono ໃຫ້ຮູ້ວ່າ, ກ່ຳປັ່ນດຳນ້ຳ KRI Nnaggala 402 ມີອົກຊີພໍໃຊ້ໃນເວລາ 72 ຊົ່ວໂມງໃຫ້ບັນດາລູກເຮືອ, ໝາຍຄວາມວ່າຮອດຕອນເຊົ້າວັນທີ 24 ເມສາ. ເວລາໃກ້ຈະໝົດລົງແລ້ວ ແລະ ກຳລັງກູ້ໄພກູ້ຊີບພວມຮີບເຮັ່ງຄົ້ນຫາບັນດາຈຸດພິກັດຂອງກ່ຳປັ່ນດຳນ້ຳດັ່ງກ່າວ.

        ໃນຂະນະນັ້ນ, ຫຼາຍປະເທດກໍ່ພວມຕັ້ງໜ້າໜູນຊ່ວຍອິນໂດເນເຊຍ ຄົ້ນຫາກ່ຳປັ່ນດຳນ້ຳລຳດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ