ອິນ​ໂດ​ເນ​ເຊຍ ຢັ້ງ​ຢືນ​ເກີດ​ເຫດ​​ວາງ​​ລະ​ເບີດສະຫຼະ​ຊີບ ຢູ່ Sulawesi

(VOVWORLD) - ເຫດບຸກໂຈມຕີຢູ່ເຂດນອກໂບດຊາວກາໂຕລິກ ຢູ່ Makassar, ຂຶ້ນກັບແຂວງ South Sulawesi, ພາກກາງ ອິນໂດເນເຊຍ ໃນວັນທີ 28 ມີນາ ແມ່ນເຫດວາງລະເບີດສະຫຼະຊີບ ໂດຍ 2 ເປົ້າໝາຍປະຕິບັດ.
ອິນ​ໂດ​ເນ​ເຊຍ ຢັ້ງ​ຢືນ​ເກີດ​ເຫດ​​ວາງ​​ລະ​ເບີດສະຫຼະ​ຊີບ ຢູ່ Sulawesi - ảnh 1ຕຳຫຼວດ ອິນໂດເນເຊຍ ພວມສືບສວນກໍລະນີວາງລະເບີດ (ພາບ:AFP/TTXVN)

     ທ່ານ Mahfud MD ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ອິນໂດເນເຊຍ ຖະແຫຼງວ່າ ເຫດບຸກໂຈມຕີຢູ່ເຂດນອກໂບດຊາວກາໂຕລິກ ຢູ່ Makassar, ຂຶ້ນກັບແຂວງ South Sulawesi, ພາກກາງ ອິນໂດເນເຊຍ ໃນວັນທີ 28 ມີນາ ແມ່ນເຫດວາງລະເບີດສະຫຼະຊີບ ໂດຍ 2 ເປົ້າໝາຍປະຕິບັດ.

        ກ່າວຄຳເຫັນຕໍ່ນັກຂ່າວຢູ່ນະຄອນຫຼວງ ຈາກາຕາ, ທ່ານ Mahfud MD ໃຫ້ຮູ້ວ່າ 2 ຕົວການດັ່ງກ່າວ ໄດ້ເສຍຊີວິດແລ້ວ, ໃນຂະນະນັ້ນ ໃນເຫດບຸກໂຈມຕີດັ່ງກ່າວ ຍັງມີຜູ້ຮັບບາດເຈັບປະມານ 20 ຄົນ. ປັດຈຸບັນ, ຍັງບໍ່ທັນມີອົງການໃດອອກມາຍອມຮັບວ່າໄດ້ດຳເນີນເຫດວາງລະເບີດດັ່ງກ່າວ. ຕຳຫຼວດ ອິນໂດເນເຊຍ ກໍພວມສືບສວນກໍລະນີວາງລະເບີດດັ່ງກ່າວ. 

ຕອບກັບ

ຂ່າວ/ບົດ​ອື່ນ