ອິນ​ໂດ​ເນ​ເຊຍ ​ ຮັບ​ພົນ​ລະ​ເມືອງ ກ່​ວາ 90.000 ຄົນກັບຄືນເມ​ືອ​ປະ​ເທດ​ຍ້ອນ​ຜົນ​ກະ​ທົບ​ຂອງ​ໂລກ​ລະ​ບາດ Covid - 19

(VOVWORLD) -ໄລ່ຮອດວັນທີ 11 ພຶດສະພາ, ອິນໂດເນເຊຍໄດ້ຮັບພົນລະເມືອງກ່ວາ 90.000ຄົນກັບຄືນເມືອປະເທດຍ້ອນຜົນກະທົບຂອງ ໂລກລະບາດ Covid – 19. ທ່ານ Retno Marsudi ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ ໃຫ້ຮູ້ວ່າ ມີພົນລະເມືອງອິນໂດເນເຊຍ ປະມານ 73.000 ຄົນກັບມາຈາກ ມາເລເຊຍ. 
ອິນ​ໂດ​ເນ​ເຊຍ ​ ຮັບ​ພົນ​ລະ​ເມືອງ ກ່​ວາ 90.000 ຄົນກັບຄືນເມ​ືອ​ປະ​ເທດ​ຍ້ອນ​ຜົນ​ກະ​ທົບ​ຂອງ​ໂລກ​ລະ​ບາດ Covid - 19 - ảnh 1ອິນໂດເນເຊຍ ຮັບພົນລະເມືອງ ກ່ວາ 90.000 ຄົນກັບຄືນເມືອປະເທດຍ້ອນຜົນກະທົບຂອງໂລກລະບາດ Covid - 19(ພາບ: CNN) 

ນອກຈາກນັ້ນ, ມີພົນລະເມືອງອິນໂດເນເຊຍເກືອບ 2000 ຄົນກັບມາຈາກ ອາຣັບບິ ຊາອຸດິ ຄູເວດ, ອານເຊຣີ, ເອຢິບ ແລະ ໂອມານ ກໍ່ໄດ້ກັບເມືອປະເທດໃນວັນນີ້. ກະຊວງການຕ່າງປະເທດອິນໂດເນເຊຍໄດ້ຮຽກຮ້ອງໃຫ້ພົນລະເມືອງທີ່ກັບຄືນມາຈາກຕ່າງປະເທດຕ້ອງປະຕິບັດບັນດາຂັ້ນຕອນການແພດທີ່ພວມປະກາດໃຊ້. ກຳລັງຮັບມືກັບ Covid – 19 ໂດຍໄວ ຈະປະຕິບັດການກວດພະຍາດສະເພາະ.

        ໄລ່ຮອດວັນທີ 10 ພຶດສະພາມີພົນລະເມືອງອິນໂດເນເຊຍ 734 ຄົນຢູ່ຕ່າງປະເທດທີ່ກັບຄືນເມືອປະເທດ ຖືກຕິດເຊື້ອພະຍາດ Covid – 19, ໃນນັ້ນມີ 372 ຄົນໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ  321 ຄົນຍັງຄົງໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ. ກໍ່ຕາມຕົວເລກຂອງກະຊວງການຕ່າງປະເທດອິນໂດເນເຊຍ, ມີພົນລະເມືອງອິນໂດເນເຊຍ 41 ຄົນເສຍຊີວິດຍ້ອນໂລກລະບາດ Covid - 19 ຢູ່ 33 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ.

ເຮືອງຈາ, ນັກຂ່າວ VOV ປະຈຳອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ