ອິນໂດເນເຊຍ ເປີດບັ້ນກູ້ໄພກູ້ຊີບເຫດເຮືອບິນຕົກ

(VOVWORLD) - ວັນທີ 29 ຕຸລາ, ອິນໂດເນເຊຍ ໄດ້ເປີດບັ້ນຊອກຫາກູ້ໄພກູ້ຊີບເຮືອບິນ Boeing 737 MAX 8 ຂອງບໍລິສັດການບິນ Lion Air ປະເທດນີ້ ຖືກຕົກສູ່ທະເລກ່ອນນັ້ນໃນວັນດຽວກັນ. 
ອິນໂດເນເຊຍ ເປີດບັ້ນກູ້ໄພກູ້ຊີບເຫດເຮືອບິນຕົກ - ảnh 1

ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Muhamad Syaugi ການນຳອົງການຊອກຫາກູ້ໄພກູ້ຊີບແຫ່ງຊາດ ອິນໂດເນເຊຍ ໃຫ້ຮູ້ວ່າ: ເຮືອບິນຖືກຕົກລົງສູ່ບໍລິເວັນອ່າວ Jarawang ຂຶ້ນກັບແຂວງ Java ຕາເວັນອອກ.

        ເຮືອບິນ Boeing 737 MAX 8 ປະຕິບັດຖ້ຽວບິນມີໝາຍເລກ JT-610 ບັນທຸກຜູ້ໂດຍສານ 188 ຄົນ, ບິນຈາກ Jakarta ໃນຕອນເຊົ້າເວລາ 6 ໂມງ 20 ນາທີ ວັນທີ 29 ຕຸລາ (ຕາມເວລາທ້ອງຖິ່ນ) ແລະ ຂາດການຕິດຕໍ່ສື່ສານກັບສະຖານີບັນຊາທາງອາກາດໃນເວລາ 6 ໂມງ 33 ນາທີ.

ຕອບກັບ

ຂ່າວ/ບົດ​ອື່ນ