ອິນໂດເນເຊຍກູ້ເອົາກ່ຳປັ່ນລຳໜຶ່ງທີ່ສົງໄສວ່າຖືກໂຈນສະລັດ

ອິນໂດເນເຊຍກູ້ເອົາກ່ຳປັ່ນລຳໜຶ່ງທີ່ສົງໄສວ່າຖືກໂຈນສະລັດ - ảnh 1
(ພາບປະກອບ)

(vovworld) - ​ໂຄສົກຂອງ​ກຳລັງກອງທັບ​ເຮືອ ອິນ​ໂດ​ເນ​​ເຊຍ ທ່ານ Edi Sucipto ​ໃຫ້​ຮູ້​ວ່າ: ວັນ​ທີ 09/05 ​ໄດ້ກູ້​ເອົາ​ກ່ຳ​ປັ່ນລຳ​ໜຶ່ງທີ່​ປັກ​​ທຸງ ສິງກະ​ໂປ ​ເຊິ່ງຖືກ​​ໂຈນ​ສະ​ລັດກັກໄວ້ຢູ່​ເຂດ​ທະ​ເລ​ເກາະ Borneo, ພ້ອມ​ທັງ ຈັບຕົວ 9 ຄົນ ທີ່​ຖື​ກ​ສົງ​ໄສວ່າ ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ເຫດການ​ໂຈນ​ສະ​ລັດກ່ຳ​ປັ່ນ. ຕາມ​ປະກາດ​ແລ້ວ ລູກ​ເຮືອ 20 ຄົນ ​ແລະ ຜູ້​ໂດຍສານ 1 ຄົນ​ໃນ​ກ່ຳ​ປັ່ນ​ຖືກ​​ໂຈນ​ສະ​ລັດຈີ້ ລວນ​​ແຕ່​ປອດ​ໄພ​. ກ່ຳ​ປັ່ນ​ດັ່ງກ່າວບໍ່​ປະກົດ​ໃນ​​ລະບົບ ຣາດາ ​ໃນ​ເຂດ​ທະ​ເລ ອິນ​ໂດ​ເນ​ເຊຍ ກ່ອນ​ທີ່ປະກົ​ດ​ເຫັນຢູ່​ສະຖານ​ທີ່​ຫ່າງ​ຈາກ​ນັ້ນ​ບໍ່​ໄກ​ດ້ວຍ​ຊື່​ຕ່າງ​ກັນ. ສິ່ງດັ່ງກ່າວ ​​ໄດ້​ເຮັດ​ໃຫ້​ກຳລັງ​ກອງທັບ​ເຮືອ ອິນ​ໂດ​ເນ​ເຊຍ ສົງ​ໄສ. ຕາມ​ທ່ານ Sucipto ​ແລ້ວ, ພວກ​ໂຈນ​ສະ​ລັດຄາດ​ຄະ​ເນ​​ຈະ​ສົ່ງ​ນ້ຳມັນ 20.000 ລິດ​ຈາກກ່ຳ​ປັ່ນ​ລຳ​ນີ້ ​ໄປ​ສູ່​ກຳ່​ປັ່ນ​ລຳອື່ນ. ພົນລະ​ເມືອງ ອິນ​ໂດ​ເນ​ເຊຍ 9 ຄົນ​ຖືກ​ສົງ​ໄສ​ວ່າ ​ແມ່ນ​​ໂຈນ​ສະ​ລັດ​ຖືກ​ຈັບ​ຕົວ ​ແລະ ສົ່ງ​ໄປ​ຍັງ​ນະຄອນ Surabaya ຢູ່ທິດຕາ​ເວັນ​ອອກສ່ຽງ​ເໜືອ​ເກາ​ະ Java ​ເພື່ອສອບ​ຖາມ.

ຂ່າວ/ບົດ​ອື່ນ