ອິນໂດເນເຊຍຈັດຕັ້ງວັນອາຊຽນຢູ່ຈາກາດຕາ

ອິນໂດເນເຊຍຈັດຕັ້ງວັນອາຊຽນຢູ່ຈາກາດຕາ - ảnh 1
ອິນໂດເນເຊຍຈັດຕັ້ງວັນອາຊຽນຢູ່ຈາກາດຕາ
(ພາບ: vietnamplus.vn)


(vovworld) - ວັນ​ທີ 9/8, ກະຊວງ​ການ​ຕ່າງປະ​ເທ​ອິນ​ໂດ​ເນ​ເຊຍ ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ນະຄອນຫຼວງ ຈາ​ກາກຕາ ຈັດ​ຕັ້ງ​ການ​ແຂ່ງຂັນ​ແລ່ນ ​ແລະ ງານ​ບຸນ​ຕາມ​ຖະໜົນ​ອາ​ຊຽນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 3.000 ກວ່າ​ຄົນ, ລວມມີ​ບັນດາ​ເອກ​ອັກຄະ​ລັດຖະທູດ, ພະນັກງານ, ພາລະ​ກອນ​ສະຖານທູດ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ປະ​ເທດ​ເພື່ອນ​ມິດ.

        ​ເຫດການ​ນີ້​ນອນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 48 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ ​ແລະ ຊົມ​ເຊ​ີຍປະຊາ​ຄົມ​ອາ​ຊຽນ ຈະ​ຮັບ​ການ​ສ້າງ​ຕັ້ງ​ໃນ​ທ້າຍ​ປີ​ນີ້ ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ນະຄອນຫຼວງ​ຈາ​ກາກ​ຕາ ສະ​ແດງ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ຊຸກຍູ້​ຄວາມ​ປາຖະໜາ​ຢາກ​ກາຍ​ເປັນ​ນະຄອນຫຼວງ​ດ້ານ​ການ​ທູດ​ຂອງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ຂ່າວ/ບົດ​ອື່ນ