ອິນໂດເນເຊຍຊອກເຫັນຊາກເຮືອບິນປະສົບເຄາະຮ້າຍຢູ່Papua

ອິນໂດເນເຊຍຊອກເຫັນຊາກເຮືອບິນປະສົບເຄາະຮ້າຍຢູ່Papua - ảnh 1
(ພາບປະກອບ: Associated Press)

(vovworld) – ວັນ​ທີ 16/08, ວົງ​ການ​ເຈົ້າ​ໜ້າ​ທີ່​ກະຊວງ​ຄົມ​ມະນະ​ຄົມ​ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ, ປະຊາຊົນ​ຢູ່​ແຂວງ​ທາງ​ທິດຕາ​ເວັນ​ອອກ Papua ​ໄດ້​ຊອກ​ເຫັນຊາກ​ເຮືອບິນ​ຖືກ​ປະສົບ​ເຄາະ​ຮ້າຍ ຂອງ​ບໍລິສັດ​ການບິນ Trigana Air Service ຕົກ​ຢູ່​ເຂດ​ພູ​ຂຶ້ນກັບ​ແຂວງ​ນີ້. ບັນດາ​ກຸ່ມ​ກູ້​ໄພ​ກູ້​ຊີບ​ຂອງ​ອິນ​ໂດ​ເນ​ເຊຍ ພວມ​ຮີບ​ເຮ່ັງ​ມາສະ​ຖານ​ທີ່​ນີ້ ພາຍຫຼັງ​ໄດ້​ຮັບ​ແຈ້ງ​ຂ່າວ​ນີ້. ຕາມ​ອົງການ​ກູ້​ໄພ​ກູ​້ຊີບ​ແລ້ວ, ​ເຮືອບິນ ATR 42 – 300 ​ຂົງສົ່ງຜູ້​ໂດຍ​ສານ 49 ຄົນ ພ້ອມ​ກັບ​ຈຸ​ບິນ 5 ຄົນ ຂາດການ​ຕິດ​ຕໍ່​ກັບສູນ​ຄວບ​ຄຸ​ມການບິນ ​ໃນ​ເວລາ 15​ ໂມງ ​ວັນ​ທີ 16/08 (ຕາມ​ເວລາ​ທ້ອງ​ຖິ່ນ) ​​ໃນ​ຂະນະ​ທີ່ພວມ​ບິນ​ຈາກ​​ເມືອງ​ເອກ Jayapura, ​ແຂວງ ​​Papua ເຖິງ​ເຂດ Oksibil ​​ພູ​ທາງ​ທິດ​ໃຕ້ Jayapura. ​​ເຮືອ​ບິນ​ລຳ​ນີ້ຖືກ​ຕຳ​​ໃສ່ພູ.

ຂ່າວ/ບົດ​ອື່ນ