ອິນໂດເນເຊຍແລະອາເມລິກາສ້າງແຜນການຝຶກຊ້ອມການທະຫານຮ່ວມໃນປີ2016

ອິນໂດເນເຊຍແລະອາເມລິກາສ້າງແຜນການຝຶກຊ້ອມການທະຫານຮ່ວມໃນປີ2016 - ảnh 1
(ພາບປະກອບ)

(vovworld) - ​ ບັນດາ​ເຈົ້າ​ໜ້າ​ທີ່ກອງທັບ​ເຮືອ ອິນ​ໂດ​ເນ​ເຊຍ ​ແລະ ອາ​ເມ​ລິ​ກາ ຫາ​ກໍ່​ປຶກສາ​ຫາລື​ແຜນການ​ດຳ​ເນີນ​ການ​ຝຶກ​ຊ້ອມ​ການ​ທະຫານ​ຮ່ວມ​ປະຈຳ​ປີ​ທີ່​ມີຊື່ວ່າ “ຮ່ວມ​ມືຝຶກ​ຊ້ອມ ​ແລະ ກຽມພ້ອມ​ສູ້​ຮົບ​ບົນ​ທະ​ເລ” (CARAT) ຢູ່​ນະຄອນ Surabaya, ພາກ​ຕາ​ເວັນ​ອອກ​ແຂວງ Java. ຄາດ​ຄະ​ເນ​ວ່າ ການ​ຝຶກ​ຊ້ອມ​ຂອງກອງທັບ​ເຮືອ​ຮ່ວມ​ CARAT 2016 ຈະ​ຈັດ​ຕັ້ງ​ໃນ​ເດືອນ 5/2016. ອິນ​ໂດ​ເນ​ເຊຍ ​ເລີ່​ມຕົ້ນ​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ​ນັບ​ແຕ່​ປີ 1995. ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ບັນດາ​ການ​ຝຶກ​ຊ້ອມ 2 ຝ່າຍ​ຂອງ​ກອງທັບ​ເຮືອ ອາ​ເມ​ລິ​ກາ ກັບ 9 ຄູ່​ຮ່ວມ​ມື​ກອງທັບ​ເຮືອ​ຢູ່​ ອາຊີ​ໃຕ້ ​ແລະ ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້, ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ບຸລິມະສິດກ່ຽວ​ກັບຄວາມ​ສະຫງົບ​ປອດ​ໄພ​​ໃນການ​ເດີນ​ທະ​ເລ​ຮ່ວມ, ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ຍົກ​ສູງ​ຄວາມ​ສາມາດ​ສົມທົບ​ກັນການສູ້​ຮົບ​ລະຫວ່າງ​ບັນດາກຳລັງ​ກອງທັບ​ເຮືອ.

 


ຂ່າວ/ບົດ​ອື່ນ