ອັບການິດສະຖານ: ຫົວໂປ່ຕາລີບານພ້ອມກັບທະຫານອາລັກຂາເສຍຊີວິດໃນເຫດລະເບີດແຕກ

(VOVWORLD) -ມີລະເບີດລູກໜຶ່ງແຕກຢູ່ແຄມທາງ ອັນໄດ້ເຮັດໃຫ້ຫົວໂປ່ທ້ອງຖິ່ນ ຕາລີບານ ພ້ອມກັບທະຫານອາລັກຂາຂອງຜູ້ນີ້ເສຍຊີວິດ.
ອັບການິດສະຖານ: ຫົວໂປ່ຕາລີບານພ້ອມກັບທະຫານອາລັກຂາເສຍຊີວິດໃນເຫດລະເບີດແຕກ - ảnh 1(ພາບປະກອບ: THX/TTXVN)

ວັນທີ 19 ມີນາ, ກອງທັບອັບ ການິດສະຖານ ແຈ້ງໃຫ້ຊາບວ່າ, ມີລະເບີດລູກໜຶ່ງແຕກຢູ່ແຄມທາງ ອັນໄດ້ເຮັດໃຫ້ຫົວໂປ່ທ້ອງຖິ່ນ ຕາລີບານ ພ້ອມກັບທະຫານອາລັກຂາຂອງຜູ້ນີ້ເສຍຊີວິດ. ເຫດການເກີດຂຶ້ນໃນຕອນເຊົ້າວັນທີ 19 ມີນາ, ຢູ່ເສັ້ນທາງຢູ່ເມືອງ Shirzad, ລົດຂອງພວກກະບົດນີ້ກໍ່ຖືກທຳລາຍໃນເຫດລະເບີດແຕກດັ່ງກ່າວ.

ໃນວັນດຽວກັນ, ວົງການເຈົ້າໜ້າທີ່ ອັບການິດສະຖານ ໃຫ້ຮູ້ວ່າ, ມີພວກກະບົດ 30 ຄົນທີ່ມີສ່ວນກ່ຽວຂ້ອງເຖິງພວກ IS ໄດ້ຍອມ ຈຳນົນຕໍ່ບັນດາກຳລັງຄວາມໝັ້ນຄົງຢູ່ແຂວງ Laghman, ທາງທິດຕາເວັນອອກຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ