ອຸປະກອນລະເບີດທີ 2 ໄດ້ເຮັດດ້ວຍໝໍ້ຄວາມດັນ

ອຸປະກອນລະເບີດທີ 2 ໄດ້ເຮັດດ້ວຍໝໍ້ຄວາມດັນ - ảnh 1
ອຸ​ປະ​ກອນ​ລະ​ເບີດ​ທີ 2 ໄດ້​ເ​ຮັດ​ດ້ວຍ​ໝໍ້​ຄວາມ​ດັນ
(ພາບ: BBC)

(vovworld) - ​ອົງ​ການ​ຕຳ​ຫຼວດ​ນະ​ຄອນ​ນິວຢອດ (NYPD) ໃຫ້​ຮູ້​ວ່າ, ເຫດ​ລະ​ເບີດ​ຢູ່​ເຂດ Chelsea ຂຶ້ນ​ກັບ​ເມືອງ​ໃຈ​ກາງ Manhattan, ນະ​ຄອນ​ນິວຢອກ ໄດ້​ເຮັດ​ໃຫ​້​ຢ່າງ​ໜ້ອ​ຍ​ສຸດ 29 ຄົນ​ຮັບ​ບາດ​ເຈັບ, ໃນ​ນັ້ນ​ມີ​ຜູ້​ໜຶ່ງຖືກ​ບາດ​ເຈັບ​ໜັກ. ເຫ​ດ​ລະ​ເບີດ​​ນີ້​ເກີດ​ຂຶ້ນ​ໃນ​ເວ​ລາ​ປະ​ມານ 20 ໂມງ 30 ນາ​ທີ, ວັນ​ທີ 17/09 (ຕ​າມ​ເວ​ລາ​ທ້ອງ​ຖິ່ນ). ທີ່​ການ​ປະ​ຊຸມ​ຂ່າວຢູ່ເຂດເກີດ​ເຫດ​ລະ​ເບ​ີດ, ເຈົ້າ​ຄອງ​ນະ​ຄອນ​ນິວຢອກ York Bill de Blasio ໃຫ້​ຮູ້​ວ່າ, ສະ​ຫຼຸບ​ໃນ​ເບື້ອງ​ຕົ້ນ​ຊີ້​ໃຫ້​ເຫັນ​ວ່າ, ​ນີ້​ແມ​່ນ​ການ​ກະ​ທຳ​ດ້ວຍ​ຄວາມຕັ້ງ​ໃຈ ​, ແຕ່​ໃນ​ຈຸດ​ເວ​ລານີ້ບໍ່​ມັນ​ມີ​ສັນ​ຍານ​ໃດ​ກ່ຽວ​ຂ້ອງ​ເຖິງການກໍ່​ການ​ຮ້າຍ ແລະ ວິ​​ວັດ​ການ​ສືບ​ສວນ​ຍັງສ​ືບ​ຕໍ່​ດຳ​ເນີນ​ຢູ່.

        ໃນ​ວິ​ວັດ​ແຫ່ງການ​ສືບ​ສວນ, ຕະ​ຫຼວດ​ນິວຢອກ ໄດ້​ພົບ​ເຫັນ​ອຸ​ປະ​ກອນທີ່ເຮັດ​ດ້ວຍມື້, ແມ່ນໝໍ້​ຄວາມ​ດັນ​ ຢູ່ໃກ້​ກັບ​ສະ​ຖານ​ທີ່​ເກີດ​ເຫດ​ໃນ​ເຂດ Chelsea, ​ມັນຄ້າຍ​ຄື​ກັນ​ກັບ​ເຫດ​ວາ​ງ​ລະ​ເບີດ​ຢູ່​​ການ​ແຂ່ງ​ຂັນ​​ກິ​ລາແລ່ນ​ແລະ​ລ​ານ​ຢູ່ Boston, ລັດ Massachussett ເມື່ອ​ປີ 2013. ປະ​ຈ​ຸ​ບັນ​, ກຳ​ລັງ​ຕ​ຳ​ຫຼວດ, ກຳ​ລັງ​ຕ້ານກໍ່​ກາຍ​ຮ້າຍ ແລະ ມ້າງ​ທຳ​ລາຍ​ລະ​ເບີດ​ຂອງ​ນະ​ຄອນ​ນິວຢອກ ພວມ​ໄດ້​​ຮັບ​ການລະ​ດົມ​​ຢູ່​ໃນ​ລະ​ດັບ​ສູງ​ສຸດ​ເພື່ອ​ລາດ​ຕາ​ເວັນ​ຢູ່​ສະ​ຖານ​ຈຸດ​ສຸມເກືອບ​ທັງ​ໝົດ​ຂອງ​ນະ​ຄອນ.

ຂ່າວ/ບົດ​ອື່ນ