ອຸປະທູດຊົ່ວຄາວ ອາເມລິກາ ຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ ດ້ວຍຖານະເປັນປະທານ ອາຊຽນ

(VOVWORLD) -  ທ່ານນາງ Melissa A. Brown, ອຸປະທູດຊົ່ວຄາວ ອາເມລິກາ ປະຈຳ ອາຊຽນ ໄດ້ຢືນຢັນວ່າ ວໍຊິງຕັນ ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ດ້ວຍຖານະເປັນປະທານ ອາຊຽນ ໃນໄລຍະເຕັມໄປດ້ວຍການທົດສອບຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ.
ອຸປະທູດຊົ່ວຄາວ ອາເມລິກາ ຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ ດ້ວຍຖານະເປັນປະທານ ອາຊຽນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອາເມລິກາ. ພາບ/TTXVN

        ນັກການທູດ ອາເມລິກາ ທ່ານນີ້ ຍັງໄດ້ຕີລາຄາຕໍ່ອາຍຸການເປັນປະທານ ອາຊຽນ ປີ 2020 ຂອງ ຫວຽດນາມ ວ່າແມ່ນ “ກາລະໂອກາດເພື່ອເພີ່ມທະວີການຮ່ວມມື ແລະ ຮ່ວມສຳພັນພາກພື້ນ”. ຕາມທ່ານນາງ Melissa ແລ້ວ, ອາຊຽນ ພວມສະແດງໃຫ້ເຫັນລັກສະນະ ປະສິດທິຜົນຂອງຕົນ ເມື່ອບັນດາປະເທດສະມາຊິກມີຄວາມເຫັນດີເປັນເອກະພາບ ແລະ ພ້ອມກັນມີສຽງເວົ້າລວມກ່ຽວກັບບັນດາສິ່ງທ້າທາຍຕໍ່ເສດຖະກິດ ແລະ ຄວາມໝັ້ນຄົງຂອງພາກພື້ນ.

        ທ່ານນາງ Melissa ຫວັງວ່າ ພາຍໃຕ້ການຊີ້ນຳນຳພາຂອງ ຫວຽດນາມ ດ້ວຍບົດບາດເປັນປະທານໃນປີນີ້, ອາຊຽນ ຈະພ້ອມກັນແກ້ໄຂບັນດາສິ່ງທ້າທາຍຮີບດ່ວນໃນພາກພື້ນ ຄືຄວາມປອດໄພໃນການເດີນເຮືອ, ອາດຊະຍາກຳຂ້າມຊາດ, ການກໍ່ການຮ້າຍ, ວິກິດການມະນຸດສະທຳ ແລະ ປົກປ້ອງສິດຂອງບັນດາກຸ່ມຄົນມີຄວາມສ່ຽງ, ດ້ອຍໂອກາດທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ