ອີຢູ ກ່າວເຕືອນຄວາມຂາດສະຖຽນລະພາບ ພາຍຫລັງບັນດາເຫດບຸກໂຈມຕີໂຮງງານກັ່ນນ້ຳມັນຂອງ ອາຣັບບິ ຊະອຸດິ

(VOVWORLD) - ວັນທີ 15 ກັນຍາ, ສະຫະພາບ ເອີຣົບ (ອີຢູ) ໄດ້ກ່າວເຕືອນກ່ຽວກັບ “ຄວາມສ່ຽງສຳລັບຄວາມໝັ້ນຄົງໃນພາກພື້ນ” ຢູ່ຕາເວັນອອກກາງ ພາຍຫລັງບັນດາເຫດບຸກໂຈມຕີໃສ່ບັນດາໂຮງງານກັ່ນນ້ຳມັນຂອງ ອາຣັບບິ ຊະອຸດິ ອັນໄດ້ເຮັດໃຫ້ບັນດາແຫຼ່ງສະໜອງພະລັງງານທົ່ວໂລກຂາດຕອນ, ໂດຍກຳລັງລຸກຮື້ຂຶ້ນ Houthi ຢູ່ ເຢແມນ ໄດ້ອອກມ່ຍອມຮັບການປະຕິບັດດັ່ງກ່າວ.
ອີຢູ ກ່າວເຕືອນຄວາມຂາດສະຖຽນລະພາບ ພາຍຫລັງບັນດາເຫດບຸກໂຈມຕີໂຮງງານກັ່ນນ້ຳມັນຂອງ ອາຣັບບິ ຊະອຸດິ - ảnh 1 ເຫດບຸກໂຈມຕີໂຮງງານກັ່ນນ້ຳມັນຂອງ ອາຣັບບິ ຊະອຸດິ (ພາບ: AFP/TTXVN)

 ທ່ານນາງ Federica Mogherini ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການທູດຂອງ ອີຢູ ຊີ້ແຈ້ງວ່າ: “ບັນດາເຫດບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບໃສ່ 2 ໂຮງງານກັ່ນນ້ຳມັນຢູ່ ອາຣັບບິ ຊະອຸດິ ໄດ້ກໍ່ໃຫ້ເກີດຄວາມສ່ຽງສຳລັບຄວາມໝັ້ນຄົງໃນພາກພື້ນ. ໃນສະພາບຄວາມເຄັ່ງຕຶງຢູ່ພາກພື້ນປີນຂັ້ນໄດ, ເຫດບຸກໂຈມຕີນີ້ ໄດ້ທຳລາຍຄວາມມານະພະຍາຍາມ ທີ່ພວມດຳເນີນກ່ຽວກັບການຫລຸດຜ່ອນຄວາມເຄັ່ງຕຶງ ແລະ ດຳເນີນການພົບປະເຈລະຈາ”. ທ່ານນາງໄດ້ຮຽກຮ້ອງໃຫ້ “ລະງັບໃຈຢ່າງສຸດຂີດ ແລະ ຫລຸດຜ່ອນຄວາມເຄັ່ງຕຶງປີນຂັ້ນໄດ” ແຕ່ບໍ່ຍົກອອກລາຍລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ