ອີຢູ ກຳນົດເວລາຈັດຕັ້ງກອງປະຊຸມສຸດຍອດກ່ຽວກັບ Brexit

(VOVWORLD) - ທ່ານປະທານສະພາເອີຣົບ (EC) Donald Tusk ໃຫ້ຮູ້ວ່າ: ກອງປະຊຸມສຸດຍອດຂອງ ອີຢູ ຄາດວ່າ ຈະດຳເນີນໃນວັນທີ 25 ພະຈິກ ຈະມາເຖິງ 
ອີຢູ ກຳນົດເວລາຈັດຕັ້ງກອງປະຊຸມສຸດຍອດກ່ຽວກັບ Brexit - ảnh 1ທ່ານປະທານສະພາເອີຣົບ (EC) Donald Tusk ແລະ  ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May (ພາບ:THX/TTXVN)

ເພື່ອຮັບຮອງເອົາຄັ້ງສຸດທ້າຍ ແລະ ຫັນຮ່າງຂໍ້ຕົກລົງ ອັງກິດ ຖອນອອກຈາກສະຫະພາບ ເອີຣົບ (ອີຢູ), ຫຼື ເອີ້ນວ່າ Brexit ທີ່ຫາກໍ່ບັນລຸໄດ້ກັບລັດຖະບານ ອັງກິດ ໃນວັນທີ 14 ພະຈິກ ຢ່າງເປັນທາງການ. ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 15 ພະຈິກ, ທ່ານ Donald Tusk ໃຫ້ຮູ້ວ່າ: ປັດຈຸບັນ, ບັນດາປະເທດສະມາຊິກ ອີຢູ ທັງໝົດ ພວມວິເຄາະ, ໄຈ້ແຍກຂໍ້ຕົກລົງດັ່ງກ່າວ. ຄາດວ່າທ້າຍອາທິດ ບັນດາເອກອັກຄະລັດຖະທູດ 27 ປະເທດ ຈະປະຊຸມ ແນໃສ່ຕີລາຄາກ່ຽວກັບຂໍ້ຕົກລົງດັ່ງກ່າວ. ເຂົາເຈົ້າຈະປຶກສາຫາລືກ່ຽວກັບເລື່ອງມອບສິດໃຫ້ສະພາເອີຣົບ ປັບປຸງຖະແຫຼງການການເມືອງຮ່ວມກ່ຽວກັບອະນາຄົດການພົວພັນລະຫວ່າງ ອັງກິດ ແລະ ອີຢູ ໃຫ້ສຳເລັດຜົນ. ບັນດາລັດຖະມົນຕີຂອງ ອີຢູ ກໍ່ຈະເຂົ້າຮ່ວມວິວັດທະນາການນີ້.

        ກ່າວຄຳເຫັນຕໍ່ສະພາແຫ່ງຊາດ ອັງກິດ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຖະແຫຼງວ່າ ບັນດາສະມາຊິກລັດຖະສະພາຂອງປະເທດນີ້ພວມປະເຊີນໜ້າຕໍ່ບັນຫາ Brexit ຊຶ່ງບໍ່ບັນລຸໄດ້ຂໍ້ຕົກລົງສະບັບໃດ, ຫຼື ຈະບໍ່ມີການ Brexit ຖ້າຫາກສະພາແຫ່ງຊາດບໍ່ຮັບຮອງເອົາຮ່າງຂໍ້ຕົກລົງທີ່ຫາກໍ່ບັນລຸໄດ້ກັບ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ