ອີ​ຢູ​ ຄັດ​ຄ້ານ​ຂໍ້​ສະ​ເໜີ​ “​ເອົາດິນແດນແລກເອົາ​ສັນ​ຕິ​ພາບ” ຢູ່ ຢູ​ແກຼນ ຂອງ​ທ່ານ​ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ

(VOVWORLD) -  ອີຢູ ແລະ ຢູແກຼນບໍ່ສະໜັບສະໜູນຂໍ້ສະເໜີຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ທີ່ວ່າ ເອົາດິນແດນແລກເອົາສັນຕິພາບ.

ວັນທີ 11 ສິງຫາ, ທ່ານນາງ Kaja Kallas  ຜູ້ຕາງໜ້າຂັ້ນສູງຮັບຜິດຊອບກ່ຽວກັບນະໂຍບາຍພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ ສະຫະພາບເອີຣົບ (ອີຢູ) ຖືວ່າ, ລັດເຊຍ ຍັງບໍ່ທັນເຫັນດີຢຸດຍິງຢ່າງສົມບູນ ແລະ ໄຮ້ເງື່ອນໄຂ, ດັ່ງນັ້ນ ອີຢູ ແລະ ຢູແກຼນບໍ່ສະໜັບສະໜູນຂໍ້ສະເໜີຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ທີ່ວ່າ ເອົາດິນແດນແລກເອົາສັນຕິພາບ. ໃນກອງປະຊຸມທາງໄກລະຫວ່າງລັດຖະມົນຕີການຕ່າງປະເທດ ອີຢູ ແລະ ຢູແກຼນ ທີ່ໄດ້ດຳເນີນພາຍຫຼັງຮັບຂ່າວວ່າການພົບປະລະຫວ່າງທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ຈະດຳເນີນໃນວັນທີ 15 ສິງຫາ ຢູ່ Alaska ນັ້ນ, ບັນດາປະເທດ ອີຢູ ກໍໄດ້ເຕື້ອງເຖິງບັນດາຄຳສັ່ງລົງໂທດເພີ່ມເຕີມສຳລັບ ລັດເຊຍ, ໜູນຊ່ວຍດ້ານການເງິນ ແລະ ຊ່ວຍເຫຼືອດ້ານການທະຫານໃຫ້ແກ່ ຢູແກຼນ ຫຼາຍກວ່າອີກ.

ໃນຂະນະນັ້ນ, ທ່ານປະທານາທິບໍດີ Zelensky ຢັ້ງຢືນວ່າ ບໍ່ວ່າ ຂໍ້ຕົກລົງໃດໆທີ່ຕ້ານຄືນປະຊາຊົນ ຢູແກຼນ ແລະ ໄດ້ຍົກອອກມາໂດຍບໍ່ມີ ຢູແກຼນ ນັ້ນ ຈະແມ່ນບັນດາຂໍ້ຕົກລົງທີ່ຕ້ານຄືນສັນຕິພາບ. ທ່ານກ່າວວ່າສິ່ງທີ່ຕ້ອງການ ນັ້ນແມ່ນພື້ນຖານສັນຕິພາບຢ່າງແທ້ຈິງ ແລະ ໄດ້ຮັບຄວາມເຄົາລົບຈາກທຸກຄົນ.

ຫາຍດັງ - ນັກຂ່າວ VOV ປະຈຳ ເຊັກໂກ

ຕອບກັບ

ຂ່າວ/ບົດ​ອື່ນ