ອີ​ຢູ ຈະສືບຕໍ່ຫ້າມການເຂົ້າເມືອງຜູ້ທີ່ມາຈາກ ອາເມລິກາ ແລະ 5 ປະເທດອື່ນ

(VOVWORLD) -ວັນທີ 28 ສິງຫາ, ສະພາເອີລົບ (EC) ປະກາດວ່າ ຈະຈັດວາງຄຳສັ່ງຫ້າມເຂົ້າເມືອງບັນດາປະເທດໃນອີຢູ ສຳລັບຜູ້ທີ່ມາຈາກ 6 ປະເທດ, ໃນນັ້ນ ມີ ອາເມລິກາ ນັບແຕ່ວັນທີ 30 ສິງຫາເປັນຕົ້ນໄປ
ອີ​ຢູ ຈະສືບຕໍ່ຫ້າມການເຂົ້າເມືອງຜູ້ທີ່ມາຈາກ ອາເມລິກາ ແລະ 5 ປະເທດອື່ນ - ảnh 1ຜູ້ໂດຍສານຢູ່ສະຫນາມບິນສາກົນ  Los Angeles, California,ເມື່ອວັນທີ4/6/2021. (ພາບ: AFP/ TTXVN)

ຕາມນັ້ນແລ້ວ, ບັນດາປະເທດສະມາຊິກ ອີຢູ ໄດ້ຮັບຄຳເຕືອນປະຕິບັດການຫ້າມເຂົ້າເມືອງສຳລັບຜູ້ທີ່ມາຈາກ 6 ປະເທດດັ່ງກ່າວ, ຄ້າຍຄືກັນເລື່ອງຍົກເລິກຂໍ້ກຳນົດໃຫ້ອະນຸຍາດນຳເຂົ້າໂດຍບໍ່ຈຳກັດສຳລັບຜູ້ທີ່ມີຈຸດປະສົງບໍ່ຈຳເປັນຄື: ໄປທ່ຽວ ຫລື ດຳເນີນທຸລະກິດ. 6 ປະເທດໃນບັນຊີລາຍຊື່ນີ້ລ້ວນແຕ່ມີຜູ້ຕິດເຊື້ອໂຄວິດ -19 ພວມເພີ່ມຂຶ້ນສູງ. ນອກຈາກ ອາເມລິກາ, 5 ປະເທດຍັງເຫລືອແມ່ນ ອິດສະຣາແອນ, ໂກໂຊໂວ, ລີບັງ, ໂມນເຕເນໂກ ແລະ ມາເຊດວນ ເຫນືອ

ຕອບກັບ

ຂ່າວ/ບົດ​ອື່ນ