ອີຢູ ຕໍ່ກຳນົດຄຳສັ່ງລົງໂທດສຳລັບ ລັດເຊຍ

(VOVWORLD) -ສະຫະພາບເອີລົບ (ອີຢູ) ຕົກລົງຕໍ່ກຳນົດບັນດາມາດຕະການລົງໂທດ ລັດເຊຍ ຕື່ມອີກ 6 ເດືອນ, ຮອດທ້າຍເດືອນ ມັງກອນ 2023.
ອີຢູ ຕໍ່ກຳນົດຄຳສັ່ງລົງໂທດສຳລັບ ລັດເຊຍ - ảnh 1(ພາບປະກອບ: Reuters)

ວັນທີ 26 ກໍລະກົດ, ສະຫະພາບເອີລົບ (ອີຢູ) ຕົກລົງຕໍ່ກຳນົດບັນດາມາດຕະການລົງໂທດ ລັດເຊຍ ຕື່ມອີກ 6 ເດືອນ, ຮອດທ້າຍເດືອນ ມັງກອນ 2023. ຂໍ້ຕົກລົງດັ່ງກ່າວເຕື້ອງເຖິງມາດຕະການລົງໂທດຄັ້ງທຳອິດທີ່ໄດ້ຍົກອອກມາໃນປີ 2014 ແລະ ໄດ້ຂະຫຍາຍກ້ວາງອອກຫຼາຍພໍສົມຄວນເມື່ອ ລັດເຊຍ ດຳເນີນບັ້ນການທະຫານພິເສດຢູ່ ຢູແກຼນ ໃນເດືອນ ກຸມພາ 2022.

        ກ່ອນໜ້ານັ້ນໃນວັນດຽວກັນ, ອັງກິດ ກໍ່ຈັດວາງບັນດາມາດຕະການລົງໂທດໃສ່ບັນດາຫົວໜ້າຂະແໜງຕ່າງໆຂອງລັດເຊຍ, ລວມທັງໝົດແມ່ນມີ 42 ຄົນຖືກຈັດເຂົ້າບັນຊີລົງໂທດຂອງລັດຖະບານ ອັງກິດ.

        ບັນດາມາດຕະການລົງໂທດລວມມີ: ຫ້າມໄປມາ ແລະ ອາຍັດຊັບສົມບັດ. ປະຈຸບັນ, ອັງກິດ ໄດ້ຈັດວາງຫຼາຍມາດຕະການລົງໂທດຕໍ່ເສດຖີເງິນຕື້ ແລະ ນັກການເມືອງທີ່ມີຊື່ສຽງຫຼາຍຄົນຂອງ ລັດເຊຍ, ໃນນັ້ນມີທັງທ່ານປະທານາທິບໍດີລັດເຊຍ Vladimir Putin.

ຕອບກັບ

ຂ່າວ/ບົດ​ອື່ນ