ອີຢູ ຕໍ່ກຳນົດເວລາຂໍ້ກຳນົດການປົກປ້ອງຊາວອົບພະຍົບ ຢູແກຼນ ຊົ່ວຄາວ

(VOVWORLD) - ຂໍ້ກຳນົດດັ່ງກ່າວໄດ້ອະນຸຍາດໃຫ້ຊາວອົບພະຍົບ ຢູແກຼນ ທັງໝົດ ສືບຕໍ່ອາໄສຢູ່ ອີຢູ ສຳຜັດກັບຕະຫຼາດແຮງງານ, ເຮືອນຢູ່ ແລະ ການສຶກສາສໍາລັບເດັກ.
ອີຢູ ຕໍ່ກຳນົດເວລາຂໍ້ກຳນົດການປົກປ້ອງຊາວອົບພະຍົບ ຢູແກຼນ ຊົ່ວຄາວ - ảnh 1ຊາວອົບພະຍົບ ຢູແກຼນ
(ພາບ: AFP/TTXVN)

   ແຈ້ງການອອກວັນທີ 30 ກັນຍາ ຂອງສະພາສະຫະພັນ ເອີຣົບ (ອີຢູ) ໃຫ້ຮູ້ວ່າ, ລັດຖະມົນຕີກະຊວງພາຍໃນຂອງ 27 ປະເທດສະມາຊິກ ອີຢູ ໄດ້ເຫັນດີຕໍ່ເລື່ອງຕໍ່ກຳນົດເວລາຊົ່ວຄາວ ເພື່ອປົກປ້ອງຊາວອົບພະຍົບ ຢູແກຼນ 4 ລ້ານຄົນທີ່ພວມດຳລົງຊີວິດຢູ ອີຢູ ຕື່ມອີກ 1 ປີ, ນັບແຕ່ວັນທີ 04 ມີນາ 2024 ຫາວັນທີ 04 ມີນາ 2025.

   ຂໍ້ກຳນົດດັ່ງກ່າວໄດ້ອະນຸຍາດໃຫ້ຊາວອົບພະຍົບ ຢູແກຼນ ທັງໝົດ ສືບຕໍ່ອາໄສຢູ່ ອີຢູ ສຳຜັດກັບຕະຫຼາດແຮງງານ, ເຮືອນຢູ່ ແລະ ການສຶກສາສໍາລັບເດັກ. ຜູ້ລີ້ໄພທີ່ມີການປົກປ້ອງຊົ່ວຄາວ ກໍ່ມີເງື່ອນໄຂຢ່າງພຽງພໍ ເພື່ອໄດ້ຮັບການໜູນຊ່ວຍດ້ານແພດ ແລະ ສະຫວັດດີການສັງຄົມ.

ກ່ອນໜ້ານັ້ນ, ກົດລະບຽບການປົກປ້ອງຊົ່ວຄາວສຳລັບຊາວອົບພະຍົບ ຢູແກຼນ ໄດ້ຖືກປະກາດໃຊ້ໃນວັນທີ 04 ມີນາ 2022. ຫຼັງຈາກນັ້ນ, ກົດລະບຽບການນີ້ຈະຖືກຕໍ່ກຳນົດເວລາອັດຕະໂນມັດຈົນຮອດວັນທີ 04 ມີນາ 2023. ໃນຕົ້ນປີນີ້, ບັນດາປະເທດ ອີຢູ ໄດ້ຕົກລົງ ຈະສືບຕໍ່ການຕໍ່ກຳນົດເວລາຕື່ມອີກປີໜຶ່ງ,  ຮອດວັນທີ 04 ມີນາ 2024.

ຕອບກັບ

ຂ່າວ/ບົດ​ອື່ນ