ອີຢູ ມານະພະຍາຍາມກອບກູ້ຂໍ້ຕົກລົງນິວເຄຼຍ ອີຣານ

(VOVWORLD) -ບັນດາແຫຼ່ງຂ່າວທາງການທູດ ໃນວັນທີ 09 ພຶດສະພາ ໃຫ້ຮູ້ວ່າ ສະຫະພາບເອີີຣົບ (ອີຢູ) ຈະປົກປ້ອງຂໍ້ຕົກລົງນິວເຄຼຍ ອີຣານ (JCPOA), ໂດຍບໍ່ຫົວຊາຕໍ່ການຕັດສິນໃຈຂອງ ເຕເຮຣານ ເພື່ອແນໃສ່ໂຕ້ຕອບບັນດາຄໍາສັ່ງລົງໂທດ ຂອງ ອາເມລິກາ. 

ວັນທີ 8 ພຶດສະພາ, ທ່ານປະທານາທິບໍດີ ອີຣານ Hassan Royhani ໄດ້ແຈ້ງໃຫ້ຊາບວ່າ ພາຍຫຼັງ 60 ວັນ, ອີຣານ ຈະຮັດແຄບການປະຕິບັດບັນດາຄໍາໝັ້ນສັນຍາໃນຂໍ້ຕົກລົງ ນິວເຄຼຍ, ລະອຽດແມ່ນ ຈະເພີ່ມລະດັບເສີມທາດ ຢູຣານຽມ. ນີ້ກໍແມ່ນເວລາກໍານົດ ເຊິ່ງ ອີຣານ ຮຽກຮ້ອງໃຫ້ບັນດາປະເທດທີ່ຍັງເຫຼືອ ເຊິ່ງລວມມີ ອັງກິດ, ຈີນ, ລັດເຊຍ, ຝລັ່ງ ແລະ ເຢຍລະມັນ ຕ້ອງປະຕິບັດຄໍາໝັ້ນສັນຍາທີ່ກ່ຽວຂ້ອງເຖິງຂົງເຂດນໍ້າມັນບໍ່ ແລະ ທະນາຄານ ເພື່ອທັບມ້າງບັນດາຄໍາສັ່ງລົງໂທດຂອງ ອາເມລິກາ ແລະ ຊຸກຍູ້ດ້ານການຄ້າ.

        ໄລ່ມາຮອດປັດຈຸບັນ, ບັນດານັກການທູດ ແລະ ເຈົ້າໜ້າທີ່ ເອີີຣົບ ຍັງຄົງປະຕິເສດ ຍົກອອກບໍ່ວ່າຄໍາຂາດໃດໆ ແລະ ແຫຼ່ງຂ່າວຈໍານວນໜຶ່ງທີ່ວ່່າ ຍັງມີເວລາເພື່ອກອບກູ້ຂໍ້ຕົກລົງດັ່ງກ່າວ.

        ແລະ ກໍໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຢັ້ງຢືນວ່າ ທ່ານຊັ່ງຊາຕໍ່ຄວາມສາມາດໃນການເຈລະຈາກັບວົງການການນໍາ ອີຣານ.


ຕອບກັບ

ຂ່າວ/ບົດ​ອື່ນ