ອີຢູ ຢາກເຈລະຈາແກ້ໄຂບັນຫາດ້ານການຄ້າກັບ ຈີນ

(VOVWORLD) - ທ່ານນາງ Ursula von der Leyen ໃຫ້ຮູ້ວ່າ, ກ່ຽວກັບເສດຖະກິດ, ເອີລົບ ບໍ່ຊອກຫາວິທີເພື່ອ “ຕັດແຍກອອກ” ຈາກ ຈີນ, ຫາກຍັງຢາກ “ຫຼຸດຜ່ອນຄວາມສ່ຽງ” ໃຫ້ແກ່ບັນດາການພົວພັນ.
ອີຢູ ຢາກເຈລະຈາແກ້ໄຂບັນຫາດ້ານການຄ້າກັບ ຈີນ - ảnh 1ທ່ານນາງປະທານຄະນະກຳມະການເອີລົບ (ອີຊີ) Ursula von der Leyen
(ພາບ: AFP/TTXVN)

        ວັນທີ 05 ທັນວາ, ທ່ານນາງປະທານຄະນະກຳມະການເອີລົບ (ອີຊີ) Ursula von der Leyen, ຢືນຢັນວ່າ, ສະຫະພາບເອີລົບ (ອີຢູ) ປາດຖະໜາຢາກມີບັນດາມາດຕະການແກ້ໄຂໂດຍການເຈລະຈາໃນສະພາບການຂາດດຸນການຄ້າລະຫວ່າງບັນດາປະເທດສະມາຊິກ ອີຢູ ແລະ ຈີນ ນັບມື້ນັບເພີ່ມຂຶ້ນ.

        ທ່ານນາງ Ursula von der Leyen ໃຫ້ຮູ້ວ່າ, ກ່ຽວກັບເສດຖະກິດ, ເອີລົບ ບໍ່ຊອກຫາວິທີເພື່ອ “ຕັດແຍກອອກ” ຈາກ ຈີນ, ຫາກຍັງຢາກ “ຫຼຸດຜ່ອນຄວາມສ່ຽງ” ໃຫ້ແກ່ບັນດາການພົວພັນ. ຕາມທ່ານນາງແລ້ວ, ອີຢູ ເຫັນວ່າ ການຂາດດຸນການຄ້າລະຫວ່າງບັນດາປະເທດສະມາຊິກຂອງກຸ່ມກັບ ຈີນ ນັບມື້ນັບເພີ່ມຂຶ້ນ. ໃນໄລຍະ 2 ປີຜ່ານມາ, ໄລ່ມາຮອດປະຈຸບັນ, ສະພາບຂາດດຸນການຄ້າໄດ້ເພີ່ມຂຶ້ນທົບ 2 ເທົ່າຫຼາຍກວ່າ 430 ຕື້ USD.

        ຕາມແຜນການ, ທ່ານນາງ Ursula von der Leyen ແລະ ທ່ານປະທານສະພາ ເອີລົບ Charles Michel ຈະໄປຍັງ ປັກກິງ ໃນວັນທີ 07 ທັນວາ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ອີຢູ - ຈີນ. ເນື້ອໃນຂອງກອງປະຊຸມໄດ້ສຸມໃສ່ເຂົ້າໃນບັນຫາການຄ້າ 2 ຝ່າຍ ແລະ ບັນດາການປະທະກັນຢູ່ ຢູແກຼນ ແລະ ຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ