ອີຢູ, ລັດເຊຍ, ຈີນ, ອີຣານ ເຫັນດີຮັກສາຂໍ້ຕົກລົງນິວເຄຼຍ 2015

(VOVWORLD) - ວັນທີ 06 ກໍລະກົດ ທີ່ນະຄອນຫລວງ ວຽນນາ ຂອງປະເທດ ໂອຕາລິດ, ລັດຖະມົນຕີການຕ່າງປະເທດ ຝຣັ່ງ, ເຢຍລະມັນ, ອັງກິດ, ຈີນ, ລັດເຊຍ ແລະ ອີຣານ
ອີຢູ, ລັດເຊຍ, ຈີນ, ອີຣານ ເຫັນດີຮັກສາຂໍ້ຕົກລົງນິວເຄຼຍ 2015 - ảnh 1ອີຢູ, ລັດເຊຍ, ຈີນ, ອີຣານ ເຫັນດີຮັກສາຂໍ້ຕົກລົງນິວເຄຼຍ 2015 (ພາບ: REUTER)

ໄດ້ເຫັນດີເປັນເອກະພາບສືບຕໍ່ປະຕິບັດແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ຫຼື ເອີ້ນວ່າ ຂໍ້ຕົກລົງນິວເຄຼຍ ຊຶ່ງ ອີຣານ ໄດ້ລົງນາມເມື່ອປີ 2015 ພາຍຫລັງ ອາເມລິກາ ຖະແຫຼງຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວພຽງລຳພັງຝ່າຍດຽວ ເມື່ອເດືອນ ພຶດສະພາ ຜ່ານມາ. ສະຫະພາບເອີຣົບ ໄດ້ສະເໜີບ້ວງເສດຖະກິດແນໃສ່ຮັບປະກັນຜົນປະໂຫຍດຂອງ ອີຣານ ຕໍ່ຜົນກະທົບຈາກຄຳສັ່ງລົງໂທດ ຊຶ່ງ ອາເມລິກາ ຈັດວາງຕໍ່ປະເທດນີ້ຄືນໃໝ່.

        ທີ່ກອງປະຊຸມທີ່ແກ່ຍາວເປັນເວລາ 2 ຊົ່ວໂມງນັ້ນ, ບັນດາຄູ່ຮ່ວມມືຂອງ ອີຣານ ໄດ້ໃຫ້ຄຳໝັ້ນສັນຍາຮັກສາ, ຊຸກຍູ້ບັນດາການພົວພັນດ້ານເສດຖະກິດ, ການເງິນຢ່າງກ້ວາງຂວາງກ່ວາກັບ ອີຣານ, ສະໜັບສະໜູນ ອີຣານ ສືບຕໍໍ່ສົ່ງອອກນ້ຳມັນ ກໍ່ຄືບັນດາການພົວພັນ ຂົນສົ່ງທາງບົກ, ທາງລົດໄຟ, ທາງທະເລ ແລະ ການບິນ.

ຕອບກັບ

ຂ່າວ/ບົດ​ອື່ນ