ອີຢູ ສະເໜີການພົວພັນຄູ່ຮ່ວມມືແບບ “ບໍ່ເຄີຍມີມາກ່ອນ” ກັບ ອັງກິດ

(VOVWORLD) - ຖ້າຫາກ ອັງກິດ ຍັງຄົງຮັກສາຂໍ້ຕົກລົງ Brexit (ຖອນຕົວອອກຈາກ ອີຢູ) ເຊິ່ງປະເທດນີ້ໄດ້ເຈລະຈາ, ບຣຸກແຊນ ພ້ອມແລ້ວທີ່ຈະສະເໜີສ້າງຕັ້ງ “ການພົວພັນຄູ່ຮ່ວມມືແບບບໍ່ເຄີຍມີມາກ່ອນ” ກັບ ລອນດອນ. 

ວັນທີ 29 ພະຈິກ, ກ່າວຄຳເຫັນຢູ່ລັດຖະສະພາ ເອີຣົບ, ທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງ ອີຢູ ໃຫ້ຮູ້ວ່າ: ການພົວພັນໃນອະນາຄົດ ຈະລວມມີ “ສິນຄ້າ, ການບໍລິການ, ພື້ນຖານເສດຖະກິດດີຈີຕອນ, ການໄປມາຂອງພົນລະເມືອງ, ການຂົນສົ່ງ, ພະລັງງານ, ຄວາມໝັ້ນຄົງ ແລະ ແນ່ນອນແມ່ນເພື່ອສະຖຽນລະພາບທະວີບພວກເຮົາ, ນະໂຍບາຍການຕ່າງປະເທດ”.

        ກ່ອນໜ້ານັ້ນ, ວັນທີ 25 ພະຈິກ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ສິ້ນສຸດໄລຍະການເຈລະຈາ Brexit ຢ່າງເປັນທາງການທີ່ແກ່ຍາວມາເປັນເວລາ 17 ເດືອນ ດ້ວຍການລົງນາມໃນບັນດາຂໍ້ຕົກລົງທີ່ກ່ຽວຂ້ອງເຖິງ Brexit ກັບການນຳ 27 ປະເທດສະມາຊິກທີ່ຍັງເຫຼືອຂອງ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ