ອີຢູ ສະເໜີບັນດາມາດຕະການລົງໂທດເພີ່ມເຕີມແນໃສ່ ລັດເຊຍ

(VOVWORLD) -ບັນດາມາດຕະການດັ່ງກ່າວແມ່ນສ່ວນໜຶ່ງນອນໃນບ້ວງລົງໂທດ 5 ຂໍ້ເຊິ່ງ ອີຢູ ຍົກອອກມາ ແນໃສ່ລັດເຊຍ ນັບແຕ່ ມົດສະກູ ຜັນຂະຫຍາຍບັ້ນການທະຫານພິເສດຢູ່ ຢູແກຼນ ໃນວັນທີ 24 ກຸມພາ.
ອີຢູ ສະເໜີບັນດາມາດຕະການລົງໂທດເພີ່ມເຕີມແນໃສ່ ລັດເຊຍ - ảnh 1ມົດສະກູ ຜັນຂະຫຍາຍບັ້ນການທະຫານພິເສດຢູ່ ຢູແກຼນ ໃນວັນທີ 24 ກຸມພາ
(ພາບປະກອບ: Reuters)

ວັນທີ 05 ເມສາ, ຄະນະການນຳສະຫະພາບ ເອີລົບ (ອີຢູ) ໄດ້ສະເໜີບັນດາມາດຕະການລົງໂທດໃໝ່ແນໃສ່ ລັດເຊຍ, ໃນນັ້ນຈະລວມທັງຄຳສັ່ງຫ້າມສົ່ງອອກຖ່ານຫີນ ແລະ ຫ້າມກ່ຳປັ່ນຂອງ ລັດເຊຍ ເຂົ້າທຽບທ່າກ່ຳປັນຢູ່ບັນດາປະເທດ ເອີລົບ.

        ບັນດາມາດຕະການດັ່ງກ່າວແມ່ນສ່ວນໜຶ່ງນອນໃນບ້ວງລົງໂທດຄັ້ງທີ 5 ເຊິ່ງ ອີຢູ ຍົກອອກມາ ແນໃສ່ລັດເຊຍ ນັບແຕ່ ມົດສະກູ ຜັນຂະຫຍາຍບັ້ນການທະຫານພິເສດຢູ່ ຢູແກຼນ ໃນວັນທີ 24 ກຸມພາ. ພ້ອມກັນນັ້ນ, ອີຢູ ພວມສະເໜີຄຳສັ່ງຫ້າມຮອບດ້ານສຳລັບການທຳທຸລະກຳຂອງທະນາຄານໃຫຍ່ 4 ແຫ່ງ ແລະ ມີແຜນການຮັດແໜ້ນຄຳສັ່ງຫ້າມບັນດາປະເພດສິນຄ້າຂອງ ລັດເຊຍ ຢູ່ຕະຫຼາດຂອງກຸ່ມນີ້. ຄາດວ່າ, ມາດຕະການລົງໂທດເພີ່ມເຕີ່ມດັ່ງກ່າວຈະໄດ້ແນະນຳຕໍ່ບັນດາປະເທດສະມາຊິກຂອງ ອີຢູ ແລະ ດຳເນີນການປ່ອນບັດໄວສຸດແມ່ນໃນວັນທີ 06 ເມສາ.

        ໃນຂະນະນັ້ນ, ວັນທີ 06 ເມສາ, ອາເມລິກາ ແລະ ບັນດາປະເທດພັນທະມິດ ກໍຄາດຄະເນຈັດວາງບັນດາມາດຕະການລົງໂທດໃໝ່ແນໃສ່ທະນາຄານແຫ່ງຕ່າງໆ ແລະ ເຈົ້າໜ້າທີ່ ລັດເຊຍ ກໍຄືຫ້າມລົງທຶນເຂົ້າ ລັດເຊຍ ຕື່ມອີກ.

        ໃນເຫດການທີ່ກ່ຽວຂ້ອງ, ໃນລະຫວ່າງວັນທີ 04 -05 ເມສາ, ແອັດສະປາຍ, ເຢຍລະມັນ, ຝລັ່ງ, ແດນມາກ, ປອກຕຸຍການ… ໄດ້ປະກາດຂໍ້ຕົກລົງເນລະເທດບັນດານັກການທູດຂອງ ລັດເຊຍ ປະຈຳການຢູ່ບັນດາປະເທດດັ່ງກ່າວ.

        ໂດຍມີປະຕິກິລິຍາຕໍ່ຂໍ້ຕົກລົງຂອງບາງປະເທດ ເອີລົບ ທີ່ເນລະເທດບັນດານັກການທູດ ລັດເຊຍ, ໂຄສົກວັງ Kremlin ໃຫ້ຮູ້ວ່າ, ນີ້ແມ່ນການກະທຳເຮັດໃຫ້ສະພາບການຕິດຕໍ່ທີ່ຈຳເປັນເພື່ອຊອກຫາມາດຕະການແກ້ໄຂສັບສົນຂຶ້ນຕື່ມ. ທ່ານເນັ້ນໜັກວ່າ, ເລື່ອງດັ່ງກ່າວແນ່ນອນວ່າ ຈະພາໄປເຖິງການມີມາດຕະການໂຕ້ຕອບຂອງ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ