ອີຢູ ຮຽກຮ້ອງບັນດາປະເທດສະມາຊິກຊຸກຍູ້ການປະຕິຮູບແນໃສ່ຕ້ານໄພຟອກເງິນ

(VOVWORLD) - ວັນທີ 24 ກໍລະກົດ, ຄະນະກຳມະການ ເອີຣົບ (EC) ໄດ້ກ່າວເຕືອນບັນດາປະເທດສະຫະພາບ ເອີຣົບ (ອີຢູ) ວ່າ ຄວນເພີ່ມທະວີບັນດາມາດຕະການ ແນໃສ່ສະກັດກັ້ນກະແສເງິນຜິດກົດໝາຍທີ່ຂຶ້ນເຖິງຫລາຍຕື້ ເອີໂຣ ທີ່ໄດ້ມີການພົວພັນແລກປ່ຽນຢູ່ບັນດາທະນາຄານໃນກຸ່ມນີ້ ໃນສະພາບການທີ່ເກີດມີຊ່ອງວ່າງໃນການແກ້ໄຂໄພຟອກເງິນຂອງບັນດາທະນາຄານ ແລະ ລັດຖະບານບັນດາປະເທດ.
ອີຢູ ຮຽກຮ້ອງບັນດາປະເທດສະມາຊິກຊຸກຍູ້ການປະຕິຮູບແນໃສ່ຕ້ານໄພຟອກເງິນ - ảnh 1ພາບປະກອບ/ AFP/TTXVN

        ຕາມວົງການເຈົ້າໜ້າທີ່ເອີຣົບແລ້ວ, ຕາມປົກກະຕິບັນດາທະນາຄານຈະບໍ່ປະຕິບັດຕາມຂໍ້ກຳນົດກ່ຽວກັບການຕ້ານການຟອກເງິນ ໃນຂະນະທີ່ບັນດາອົງການຄຸ້ມຄອງຢູ່ບັນດາປະເທດ ອີຢູ ບໍ່ແກ້ໄຂສະພາບການດັ່ງກ່າວຢ່າງເຖິງຖອງ ແລະ ຍັງບໍ່ທັນແກ້ໄຂໄດ້ບັນດາຊ່ອງວ່າງໃນຂໍ້ກຳນົດທີ່ພວມນຳໃຊ້. EC ຖືວ່າ: ການຂາດຕົກບົກຜ່ອງນີ້ ໄດ້ສະແດງໃຫ້ເຫັນບັນດາບັນຫາທີ່ມີລັກສະນະໂຄງປະກອບຂອງບັນດາຂໍ້ກຳນົດກ່ຽວກັບການຕ້ານການຟອກເງິນ.

ຕອບກັບ

ຂ່າວ/ບົດ​ອື່ນ