ອີຢູ ຮຽກຮ້ອງໃຫ້ກອງທັບ ອີຢິບ ບໍ່ແຊກແຊງເຂົ້າເວທີການເມືອງ

ອີຢູ ຮຽກຮ້ອງໃຫ້ກອງທັບ ອີຢິບ ບໍ່ແຊກແຊງເຂົ້າເວທີການເມືອງ - ảnh 1
ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີ​ຢູ ກໍ່​ຮຽກ​ຮ້ອງ​​ໃຫ້ ອີ​ຢິບປ່ອຍ​ຕົວ​​ໃຫ້​ທ່ານ​ປະທານາທິບໍດີ​ຜູ້​ຖືກ​ປົດ​ຕຳ​​ແໜ່​ງ Morsi
(ພາບປະກອບ)

(vovworld) – ວັນ​ທີ 22/7, ​ໃນ​ກອງ​ປະຊຸມ​ຢູ່​ນະຄອນຫຼວງ ບຣຸກ​ແຊນ, ປະ​ເທດ ​ແບນ​ຊິກ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ​ສະມາຊິກ ສະຫະພາບ ​ເອີ​ລົບ (ອີ​ຢູ) ຮຽກ​ຮ້ອງ​ໃຫ້ກອງທັບ ອີ​ຢິບ ​ເປີດ​ຊ່ອງ​ທາງ​​ໃຫ້​ແກ່​ວິວັດ​ການ​ມອບ​ໂອນປະຊາທິປະ​ໄຕ, ສັນຕິພາບ ພາຍຫຼັງ​ກຳລັງ​ນີ້​​ປົດ​ຕຳ​ແໜ່​ງປະທານາທິບໍດີ Mohamad Morsi ​​ໃນ​ຕົ້ນ​ເດືອນ​ນີ້. ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຢ່າງ​​ເລິກ​ເຊິ່ງຕໍ່​ການ​ຜັນ​ແປ​ຢູ່ ອີ​ຢິບ, ບັນດາ​ລັດຖະມົນຕີ ອີ​ຢູ ຮັບ​ຮູ້​ວ່າ “ກຳລັງ​ປະກອບ​ອາວຸດ ອີ​ຢິບ ບໍ່​ຄວນ​ມີ​ບົດບາດ​ການ​ເມືອງ​ໃນ​ພື້ນຖານ​ປະຊາທິປະ​ໄຕ”, ​ແທນ​ທີ​ນັ້ນ “ຕາມ​ຫຼັກການ, ​ເຂົາ​ເຈົ້າ​ຕ້ອງ​ຮັບຮອງ ​ແລະ ​ເຄົາລົບ​ສິດ​ອຳນາດ​ພົນລະ​ເຮືອນ​ຕາມ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ”. ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ ອີ​ຢູ ຢືນຢັນ​ວ່າ: ປະຈຸ​ບັນ​ແມ່ນ​ຈຸດ​ເວລາ​ສຳຄັນ​ທີ່​ສຸດ​ເພື່ອ​ໃຫ້ ອີ​ຢິບ ​ເລີ່​ມ​ກ້າວ​ເຂົ້າ​ສູ່​ໄລຍະ​ຂ້າມ​ຜ່ານ, ​ອະນຸຍາດ​ໃຫ້​ການ​ມອບ​ໂອນ​ສິດ​ອຳນາດ​ໃຫ້​​ເປັນລັດຖະບານ​ພົນລະ​​ເຮືອນ​ ​ແລະ ​​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຢ່າງ​ປະຊາທິປະ​ໄຕ.

    ກໍ່​ໃນ​ກອງ​ປະຊຸມ​ນີ້, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີ​ຢູ ກໍ່​ຮຽກ​ຮ້ອງ​​ໃຫ້ ອີ​ຢິບ ຢຸດຕິ​ການ​ເຄື່ອນ​ໄຫວ​ຈັບ​ຕົວດ້ວຍ​ຈຸດໝາຍ​ດ້ານການ​ເມືອງ ​ແລະ ປ່ອຍ​ຕົວ​​ໃຫ້ບັນດາ​ນັກ​ການ​ເມືອງ, ​ໃນ​ນັ້ນ​ມີ​ທ່ານ​ປະທານາທິບໍດີ​ຜູ້​ຖືກ​ປົດ​ຕຳ​​ແໜ່​ງ Morsi.

ຂ່າວ/ບົດ​ອື່ນ