ອີຢູ ເລີ່ມດຳເນີນລະບຽບການຮ້ອງຟ້ອງຕໍ່ບໍລິສັດ X ຂອງເສດຖີ E.Musk

(VOVWORLD) - ະນະກຳມະການເອີລົບ (EC) ໃຫ້ຮູ້ວ່າ: ຂັ້ນຕອນການຮ້ອງຟ້ອງຈະສຸມໃສ່ບັນດາມາດຕະການສະກັດກັ້ນການກະທຳເຜີຍແຜ່ບັນດາເນື້ອໃນທີ່ຜິດກົດໝາຍໃນ EU

ວັນທີ 18 ທັນວາ, ສະຫະພາບເອີລົບ (ອີຢູ) ໄດ້ເລີ່ມດຳເນີນບັນດາລະບຽບການຮ້ອງຟ້ອງຕໍ່ບໍລິສັດສື່ສານສັງຄົມ X ຂອງເສດຖີ Elon Musk ຍ້ອນບັນດາຄວາມລະແວງສົງໄສລະເມີດບັນດາພັນທະທີ່ໄດ້ລະບຸໃນກົດລະບຽບກ່ຽວກັບບໍລິການດີຈີຕອນ (DSA).

        ຄະນະກຳມະການເອີລົບ (EC) ໃຫ້ຮູ້ວ່າ: ຂັ້ນຕອນການຮ້ອງຟ້ອງຈະສຸມໃສ່ບັນດາມາດຕະການສະກັດກັ້ນການກະທຳເຜີຍແຜ່ບັນດາເນື້ອໃນທີ່ຜິດກົດໝາຍໃນ EU, ກໍ່ຄືສຸມໃສ່ເຂົ້າລັກສະນະມີປະສິດທິຜົນຂອງບັນດາມາດຕະການຮັບມືກັບການກະທຳຄອບງຳຂໍ້ມູນຂ່າວ, ພິເສດແມ່ນລະບົບ “Community Notes” ແລະ ບັນດາມາດຕະການຂອງບໍລິສັດ X ເພື່ອແນໃສ່ເພີ່ມທະວີລັກສະນະໂປ່ງໃສສຳລັບ ສື່ສັງຄົມຂອງຕົນ (ກ່ອນນັ້ນແມ່ນ Twitter).

ຕອບກັບ

ຂ່າວ/ບົດ​ອື່ນ