ອີຢູ ເຫັນດີເປັນເອກະພາບສ້າງຕັ້ງ ຄະນະກໍາມະການເອີຣົບ ໂດຍບໍ່ມີຜູ້ຕາງໜ້າຂອງ ອັງກິດ

(VOVWORLD) -ຄະນະກໍາມະການເອີຣົບ (EC) ໂດຍທ່ານນາງປະທານ Ursula von der Leyen ນໍາພາ ແລະ 27 ປະເທດສະມາຊິກ ເຊິ່ງບໍ່ມີຜູ້ຕາງໜ້າຂອງ ອັງກິດ.

        ໃນກອງປະຊຸມຢູ່ນະຄອນຫຼວງ ບຣຸກແຊນ, ປະເທດແບນຊິກ, ວັນທີ 25 ພະຈິກ, ບັນດາສະມາຊິກ ສະຫະພາບເອີຣົບ (ອີຢູ) ເຫັນດີເປັນເອກະພາບສ້າງຕັ້ງ ຄະນະກໍາມະການເອີຣົບ (EC) ໂດຍທ່ານນາງປະທານ Ursula von der Leyen ນໍາພາ ແລະ 27 ປະເທດສະມາຊິກ ເຊິ່ງບໍ່ມີຜູ້ຕາງໜ້າຂອງ ອັງກິດ.

        ແຈ້ງການຂອງສະພາເອີຣົບ ຊີ້ແຈ້ງວ່າ ສິ່ງດັ່ງກ່າວ ຈະເປີດຊ່ອງທາງໃຫ້ແກ່ການປ່ອນບັດຮັບຮອງເອົາພາກສ່ວນຂອງ EC ຢູ່ລັດຖະສະພາເອີຣົບ. ຕາມແຜນການແລ້ວ, ບັນຊີບັນດາສະມາຊິກຂອງ EC ຈະໄດ້ຍື່ນສະເໜີຕໍ່ລັດຖະສະພາເອີີຣົບ ຢູ່ Strasbourg, ປະເທດ ຝລັ່ງ, ໃນວັນທີ 27 ພະຈິກ ຈະມາເຖິງ ແລະ ຄະນະກໍາມະການໃໝ່ ຈະຮັບດໍາລົງຕໍາແໜ່ງໃນວັນທີ 01 ທັນວາ ເປັນຕົ້ນໄປ.

        ພາຍຫຼັງການກະທໍາດັ່ງກ່າວ ຂອງອີຢູ, ລັດຖະບານ ອັງກິດ ໄດ້ປະກາດວ່າ ຈະບໍ່ກີດຂວາງວິວັດການສ້າງຕັ້ງຄະນະກໍາມະການເອີຣົບ ແລະ ຮັກສາຫຼັກໝັ້ນຂອງຕົນທີ່ວ່າ ບໍ່ສະເໜີກໍາມະການທີ່ຕາງໜ້າໃຫ້ອັງກິດ ໃນ EC.


ຕອບກັບ

ຂ່າວ/ບົດ​ອື່ນ