ອີຢູ ແລະ ອັງກິດ ຕ້ອງມານະພະຍາຍາມຫລາຍກ່ວາອີກ ເພື່ອບັນລຸໄດ້ຂໍ້ຕົກລົງກ່ຽວກັບ Brexit

(VOVWORLD) - ວັນທີ 08 ພະຈິກ, ທ່ານ Michel Barnier, ຫົວໜ້າຄະນະເຈລະຈາຂອງສະຫະພາບ ເອີຣົບ (ອີຢູ) ກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກ ອີຢູ (ຫຼື ເອີ້ນວ່າ Brexit), ໄດ້ຖະແຫຼງວ່າ 

ຍັງມີຄວາມແຕກໂຕນກັນຫລາຍຢ່າງໃນການເຈລະຈາກ່ຽວກັບ Brexit ໃນຂະນະທີ່ເວລາກຳນົດໃກ້ຈະໝົດແລ້ວ ເພື່ອອາດຈະບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງ.

        ໃນກອງປະຊຸມບັນດາພັກການເມືອງຝ່າຍກາງຂວາ ໄດ້ດຳເນີນຢູ່ນະຄອນຫລວງ Helsinki ຂອງປະເທດ ແຟງລັງ, ທ່ານ Michel Barnier ໃຫ້ຮູ້ວ່າ: ອັງກິດ ແລະ ອີຢູ ຄວນມານະພະຍາຍາມຫລາຍກ່ວາອີກ. ເຖິງຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີ ແຟງລັງJuha Sipila ພັດມີຄວາມເຊື່ອໝັ້ນຕໍ່ບັນດາຄວາມກ້າວໜ້າໃຫຍ່ ໃນບັນດາການເຈລະຈາກ່ຽວກັບ Brexit ອາດຈະບັນລຸໄດ້ໃນອາທິດໜ້າ, ໂດຍອີງໃສ່ພື້ນຖານການປຶກສາຫາລືຂອງທ່ານກັບການນຳ ອີຢູ ບາງທ່ານ ແລະ ທ່ານປະທານສະພາ ເອີຣົບ Donald Tusk. ທ່ານ Sipila ເນັ້ນໜັກວ່າ ປັດຈຸບັນແມ່ນຈຸດເວລາທີ່ສຳຄັນ ແລະ ທັດສະນະຂອງ 2 ຝ່າຍໄດ້ຫຍັບມໍ່ເຂົ້າໃກ້ກັນແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ