ອີຢູ ແລະ ອັງກິດ ໃຫ້ຄຳໝັ້ນສັນຍາອຸປະຖຳໃຫ້ ຊູດັງໃຕ້

ອີຢູ ແລະ ອັງກິດ ໃຫ້ຄຳໝັ້ນສັນຍາອຸປະຖຳໃຫ້ ຊູດັງໃຕ້ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 22/02 ອັງກິດ ​ແລະ ສະຫະພາບ ​ເອີ​ລົບ (ອີ​ຢູ) ​ໄດ້​​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່ບ້ວງ​ເງິນ​ອຸປະຖຳ​ທີ່​ມີ​ມູນ​ຄ່າປະມານ 212.5 ລ້ານ USD ​ໃນ​ປິ 2017, ​ເພື່ອກູ້ຊ່ວຍ​ປະຊາກອນ ສາທາລະນະ​ລັດ ຊູ​ດັງ​ໃຕ້ ປະມານ 40% ທີ່ພວມ​ປະ​ເຊີນໜ້າ​ຕໍ່​ໄພ​ອຶດຫິວ. ​ໃນ​ນັ້ນ ອັງກິດ ຈະ​ໜູນ​ຊ່ວຍ 125 ລ້ານ USD  ​ແລະ ສ່ວນ​ຍັງ​ເຫຼືອ​​ແມ່ນ ອີ​ຢູ ຮັບຜິດ​ຊອບ ນອກ​ນັ້ນ ອັງກິດ ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ 125 ລ້ານ USD ​ໃຫ້ ​ໂຊມາ​ຊີ ​ເຊິ່ງກໍ່​ແມ່ນປະ​ເທດ​ທີ່​ພວມປະ​ເຊີນໜ້າ​ຕໍ່​ໄພ​ອຶດຫິວ.

ຕອບກັບ

ຂ່າວ/ບົດ​ອື່ນ