ອີຢູ ແລະ ອິດສະຣາແອັນ ບັນລຸໄດ້ຂໍ້ຕົກລົງເປີດກວ້າງຄວາມອາດສາມາດສຳຜັດດ້ານມະນຸດສະທຳເຖິງເຂດ ກາຊາ

(VOVWORLD) - ຂໍ້ຕົກລົງນີ້ໝາຍຄວາມວ່າໄດ້ເປີດຫຼາຍດ່ານຊາຍແດນ, ລົດຂົນສົ່ງເຄື່ອງໜູນຊ່ວຍ ແລະ ທັນຍາຫານເຂົ້າເຂດ ກາຊາ, ສ້ອມແປງພື້ນຖານໂຄງລ່າງທີ່ຈຳເປັນ
ອີຢູ ແລະ ອິດສະຣາແອັນ ບັນລຸໄດ້ຂໍ້ຕົກລົງເປີດກວ້າງຄວາມອາດສາມາດສຳຜັດດ້ານມະນຸດສະທຳເຖິງເຂດ ກາຊາ - ảnh 1(ພາບປະກອບ: THX/TTXVN)

        ວັນທີ 10 ກໍລະກົດ, ສະຫະພາບ ເອີລົບ (ອີຢູ) ແລະ ອິດສະຣາແອັນ ບັນລຸໄດ້ຂໍ້ຕົກລົງເພື່ອແນໃສ່ເພີ່ມທະວີຄວາມອາດສາມາດການສຳຜັດການອຸປະຖຳໃຫ້ເຂດ ກາຊາ.

        ທ່ານນາງ Kaja Kallas, ຜູ້ຕາງໜ້າຂັ້ນສູງຂອງ ອີຢູ ກ່ຽວກັບຄວາມໝັ້ນຄົງ ແລະ ການຕ່າງປະເທດ ໄດ້ແຈ້ງວ່າ ຂໍ້ຕົກລົງນີ້ໝາຍຄວາມວ່າໄດ້ເປີດຫຼາຍດ່ານຊາຍແດນ, ລົດຂົນສົ່ງເຄື່ອງໜູນຊ່ວຍ ແລະ ທັນຍາຫານເຂົ້າເຂດ ກາຊາ, ສ້ອມແປງພື້ນຖານໂຄງລ່າງທີ່ຈຳເປັນ ແລະ ປົກປ້ອງພາລະກອນໜູນຊ່ວຍ. ທ່ານນາງກໍ່ສະແດງຄວາມເຊື່ອໝັ້ນວ່າ ອິດສະຣາແອັນ ຈະປະຕິບັດທຸກມາດຕະການທີ່ໄດ້ຕົກລົງແລ້ວ. ທ່ານນາງກໍ່ຢືນຢັນວ່າ, ອີຢູ ພ້ອມແລ້ວທີ່ຈະສົມທົບກັບທຸກຝ່າຍກ່ຽວຂ້ອງເຖິງມະນຸດສະທຳ, ບັນດາອົງການສະຫະປະຊາຊາດ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຢູ່ກັບທີ່ ເພື່ອຮັບປະກັນການປະຕິບັດບັນດາການເຄື່ອນໄຫວອຸປະຖຳນີ້ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ