ອີຢູ ແລະ ອາຊຽນ ເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ຊຸກຍູ້ລັດທິຫຼາຍຝ່າຍ

(VOVWORLD) - ໃນວັນທີ 05-06 ກໍລະກົດ ຢູ່ບາງກອກ, ໄທ, ໄດ້ດຳເນີນກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ແລະ ອີຢູ
ອີຢູ ແລະ ອາຊຽນ ເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ຊຸກຍູ້ລັດທິຫຼາຍຝ່າຍ  - ảnh 1 ອີຢູ ແລະ ອາຊຽນ ເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ຊຸກຍູ້ລັດທິຫຼາຍຝ່າຍ 

ກອງປະຊຸມແນໃສ່ຕີລາຄາການພົວພັນ ອາຊຽນ - ອີຢູ ໄລຍະຜ່ານມາ ແລະ ກຳນົດທິດການຮ່ວມມືໃນໄລຍະຈະມາເຖິງ, ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ ຊຶ່ງຈະດຳເນີນໃນເດືອນ 08 ປີ 2017 ແລະ ກຳນົດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາ ອາຊຽນ - ອີຢູ (1977-2017). ນະທີ່ນີ້, ອີຢູ ປາຖະໜາຢາກຍົກລະດັບການພົວພັນ ອາຊຽນ – ອີຢູ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດໂດຍ. ອີຢູ ກໍ່ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມຍູ້ແຮງການລົງນາມ, ສຳເລັດການເຈລະຈາບັນດາສັນຍາການຄ້າເສລີ (FTA) ກັບບັນດາສະມາຊິກ ອາຊຽນ, ໃນຕໍ່ໜ້າແມ່ນກັບ ສິງກະໂປ ແລະ ຫວຽດນາມ, ໃນໄວໆນີ້ແມ່ນໄທ, ອິນໂດເນເຊຍ… ອາຊຽນ ປາຖະໜາວ່າ ສອງຝ່າຍຈະເຮັດສຳເລັດທຸກແຜນການເຄື່ອນໄຫວ ໄລຍະ 2018-2022 ໂດຍໄວ ເພື່ອສ້າງຂອບເຂດຍູ້ແຮງການຮ່ວມມືຮອບດ້ານລະຫວ່າງສອງຝ່າຍ.

        ຝ່າຍ ອີຢູ ຢັ້ງຢືນວ່າ ຄວາມສຳຄັນຂອງວຽກງານຮັກສາຄວາມສະຫງົບ, ຄວາມປອດໄພທາງທະເລ, ທາງອາກາດ ຢູ່ທະເລຕາເວັນອອກ, ເສັ້ນທາງການຂົນສົ່ງ 40% ສິນຄ້າຂອງ ອີຢູ; ຍົກສູງວຽກງານແກ້ໄຂບັນດາການແກ່ງແຍ້ງດ້ວຍສັນຕິວິທີບົນພື້ນຖານຄວາມເຄົາລົບກົດໝາຍສາກົນ., ໃນນັ້ນມີ UNCLOS 1982 ແລະ ອີຢູ ພ້ອມແລ້ວທີ່ຈະແບ່ງປັນບັນດາບົດຮຽນທີ່ກ່ຽວພັນເຖິງຂົງເຂດນີ້.

        ກ່າວຄຳເຫັນໃນທີ່ປະຊຸມ, ຫົວໜ້າຄະນະຜູ້ແທນ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວາກຢຸງ ຢັ້ງຢືນວ່າ: ສະໜັບສະໜູນທັດສະນະ ອາຊຽນ ແລະ ອີຢູ ສຶບຕໍ່ຮ່ວມມືເພື່ອຊຸກຍູ້ລັດທິຫຼາຍຝ່າຍ, ຮ່ວມສຳພັນໃນພາກພື້ນ, ຫັນເປັນການຄ້າເສລີ, ຍົກສູງກົດໝາຍສາກົນ. ທ່ານຮອງລັດຖະມົນຕີກໍ່ໄດ້ແບ່ງປັນທັດສະນະຂອງ ຫວຽດນາມ ກ່ຽວກັບທະເລຕາເວັນອອກ, ຕີລາຄາສູງຫຼັກໝັ້ນຂອງ ອີຢູ ພ້ອມທັງສະເໜີໃຫ້ ອີຢູ ສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມແກ້ໄຂບັນດາການແກ່ງແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ເຄົາລົບບັນດາກົດໝາຍ ແລະ ການທູດ, ຊຸກຍູ້ທຸກຝ່າຍປະຕິບັດ DOC ຢ່າງມີປະສິດທິຜົນ ແລະ ກໍ່ສ້າງ COC ໃຫ້ມີລັກສະນະຜູກມັດດ້ານກົດໝາຍໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ