ອີຢິບ ກ່າວຫາ ກາຕາ ໜູນຊ່ວຍການກໍ່ການຮ້າຍຢູ່ລີບີ

(VOVWORLD) - ຄະນະປະຕິບັດງານ ອີຢິບ ປະຈຳ ສະຫະປະຊາຊາດ ໄດ້ກ່າວຫາ ກາຕາ ໜູນຊ່ວຍບັນດາອົງການກໍ່ການຮ້າຍ ຢູ່ລີບີ.
 
ອີຢິບ ກ່າວຫາ ກາຕາ ໜູນຊ່ວຍການກໍ່ການຮ້າຍຢູ່ລີບີ - ảnh 1 ນະຄອນຫຼວງ Doha, ປະເທດ ກາຕາ

ວັນທີ 28 ມິຖຸນາ, ກະຊວງການຕ່າງປະເທດ ອີຢິບ ໄດ້ປະກາດວ່າ: ຄະນະປະຕິບັດງານ ອີຢິບ ປະຈຳ ສະຫະປະຊາຊາດ ໄດ້ກ່າວຫາ ກາຕາ ໜູນຊ່ວຍບັນດາອົງການກໍ່ການຮ້າຍ ຢູ່ລີບີ. ໃນການປະຊຸມຂອງ ສປຊ ກ່ຽວກັບບັນດາສິ່ງກີດຂວາງໃນການຕໍ່ສູ້ຕ້ານກໍ່ການຮ້າຍຢູ່ ລີບີ, ໄດ້ຈັດຕັ້ງຢູ່ນິວຢອກ ໃນຕອນຄ່ຳວັນທີ 27 ມິຖຸນາ, ທ່ານ Tarek al – Quni, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອີຢິບ ຮັບຜິດຊອບບັນດາບັນຫາ ອາຣັບ ເວົ້າວ່າ: ບັນດາກຸ່ມ ແລະ ອົງການກໍ່ການຮ້າຍ ຢູ່ລີບີ ໄດ້ຮັບການຊ່ວຍເຫຼືອພິເສດຈາກ ກາຕາ ແລະ ບັນດາປະເທດອື່ນໆໃນພາກພື້ນ. ຕາມທ່ານ al- Quni ແລ້ວ, ລີບີ ໄດ້ກາຍເປັນ “ແດນສະຫວັນ” ໃຫ້ພວກກໍ່ການຮ້າຍ, ລັດທິກໍ່ການຮ້າຍ ແມ່ນສິ່ງກີດຂວາງຕົ້ນຕໍໃນການບັນລຸຄວາມສະຖຽນລະພາບຢູ່ ລີບີ ແລະ ບັນດາການກະທົບທີ່ຫຍໍ້ທໍ້ຂອງລັດທິກໍ່ການຮ້າຍຢູ່ ລີບີ ໄດ້ແຜ່ລາມອອກສູ່ບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ທັງພາກພື້ນ. ຄະນະປະຕິບັດງານຂອງ ອີຢິບ ຢູ່ ສປຊ ໄດ້ເນັ້ນໜັກຄວາມຈຳເປັນຕ້ອງບັນລຸມາດຕະການການເມືອງຢູ່ ລີບີ ແລະ ເລັ່ງລັດສະພາຄວາມໝັ້ນຄົງ ສປຊ ເພີ່ມທະວີຄວາມມານະພະຍາຍາມຮັບປະກັນເລື່ອງປະຕິບັດຂໍ້ຕົກລົງການເມືອງຢູ່ປະເທດ ອາບຟຣີກາ ເໜືອນີ້.

ຕອບກັບ

ຂ່າວ/ບົດ​ອື່ນ