ອີຢິບ: ຜູ້ແຫ່ຂະບວນປະທ້ວງ ປະທະກັນກັບຕຳຫຼວດຕໍ່ໜ້າທຳນຽບປະທານາທິບໍດີ

ອີຢິບ: ຜູ້ແຫ່ຂະບວນປະທ້ວງ ປະທະກັນກັບຕຳຫຼວດຕໍ່ໜ້າທຳນຽບປະທານາທິບໍດີ - ảnh 1
ພາບປະກອບ

(vovworld) - ການ​ປະ​ທະ​ກັນ​ຂະໜາດ​ໃຫຍ່​ເກີດ​ຂຶ້ນ​​ໃນ​ວັນ​ທີ 11/1 ລະຫວ່າງ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ​ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ອີ​ຢິບ ຢູ່ ຕໍ່ໜ້າ​ທຳນຽບປະທານາທິບໍດີ ພາຍຫຼັງ​ທີ່​ກອງທັບ​ປະ​ເທດ​ນີ້ ດ​ຳ​ເນີນ​ການ​ທັບ​ມ້າງ​ກຳ​ແພງ​ດ້ວຍ​ເບຕົງ ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ບົນ​ຖະໜົນ Merghany ນັບ​ແຕ່​ເມື່ອ​ມີ​ກະ​ແສຟອງ​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ຝ່າຍ​ຄ້ານ ​ເພື່ອ​​ແນ​ໃສ່ຄັດຄ້ານ ລັດຖະທຳ​ມະນູນ ​ເມື່ອ​ວັນ​ທີ 22/11/2012 ຂ​ອງທ່ານ Mohamed Morsi. ຜູ້​ແຫ່​ຂະ​ບວນປະ​ທ້ວງ ​ໄດ້​ຄັດຄ້ານ​ເລື່ອ​ງທັບ​ມ້າງ​ກຳ​ແພງ​ດັ່ງກ່າວ ຍ້ອນ​ວ່າ ​ເຂົາ​ເຈົ້າ​ຖື​ວ່າ: ມັນ​ຈະ​ຊ່ວຍ​ປົດ​ປັກ​ຮັກສາ​ເຂົາ​ເຈົ້າ ຕໍ່ໜ້າ​ບັນດານ​ການ​ບຸກ​ໂຈມ​ຕີ​ຂອງ​ຝ່າຍ ອິດສະ​ລາມ ທີ່​ສະໜັບ​ສະ​ໜູນ​ປະທານາທິບໍດີ. ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ເມື່ອ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ສະກັດ​ກັ້ນ ​ແລະ ​ຈັບ​ຕົວ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຈຳນວນ​ໜຶ່ງ. ຫຼັງ​ຈາກ​ນັ້ນ, ຕຳຫຼວດ​ຕ້ອງ​ມີ​ການ​ເຈລະຈາ ກັບ​ຜູ້​ແຫ່​ຂະ​ບວນປະ​ທ້ວງ, ປ່ອຍ​ຕົວ​ຜູ້​ຖືກ​ຈັບ​ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ບໍ່​ຍົກ​ເລີກ​ການ​ປະ​ທະ​ກັນ​ດ້ວຍ​ວິທີ​ນັ່ງ​ທີ່​ແກ່ຍາວ​ໃນ​ຕະຫຼອດ 11 ວັນ​ຜ່ານ​ມາ​ຕໍ່ໜ້າ​ທຳນຽບປະທານາທິບໍດີ.

        ​ໃນ​ສະພາບ​ການ​ອື່ນ, ​ວັນ​ທີ 11/1, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ອີ​ຢິບ ​ໃຫ້​ຮູ້​ວ່າ: ກຸ່ມ​ປະກອບ​ອາວຸດ​ໜຶ່ງ ​ທີ່​ຮັບຖື​ວ່າ​ແມ່ນ​ບັນດາ​ມື​ປືນ ອິດສະລາມ ​ໄດ​້ບຸກ​ໂຈມ​ຕີ ລົດ​ໂອ​ໂຕ​ລາດ​ຕາ​ເວນ​ຂອງ​ຕຳຫຼວດ​ຢູ່ໃກ້​ຊາຍ​ແດນ ອີ​ຢິບ - ອິ​​ດສະຣາ​ແອນ 4 ຄັນ, ​ເຮັດ​ໃຫ້ມີ​ຜູ້​ຖືກ​ບາດ​ເຈັບ​ໃນ​ແຫຼມ Sinai ໜ້ອຍ​ສຸດ​ແມ່ນ 7 ຄົນ.

ຂ່າວ/ບົດ​ອື່ນ